ນາຍົກລັດຖະມົນຕີ ລັດເຊຍ ຊີ້ແຈ້ງ 5 ບຸລິມະສິດໃຫ້ແກ່ວິວັດທະນາການພັດທະນາ
Quang Son ນັກຂ່າວ VOV ປະຈຳລັດເຊຍ -  
ທ່ານນາຍົກລັດຖະມົນຕີລັດເຊຍ Vladimir Putin
(ພາບ: ອີເຕີເນັດ)
(vovworld) - ວັນທີ 11/4, ເມື່ອອ່ານບົດລາຍງານສະຫຼຸບການເຄື່ອນໄຫວຂອງລັດຖະມົນຕີໃນ 4 ປີຜ່ານມາຕໍ່ສະມາຊິກ Duma ແຫ່ງຊາດ (ຫຼື ສະພາຕ່ຳ) ລັດເຊຍ, ພ້ອມທັງເຕື້ອງເຖິງບັນດາຂໍ້ສະເໜີບຸລິມະສິດໃຫ້ແກ່ທິດທາງການພັດທະນາໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີລັດເຊຍ Vladimir Putin ຮັບຮູ້ວ່າ:ໃນໄລຍະວິກິດການການເງິນທົ່ວໂລກ, ພື້ນຖານເສດຖະກິດລັດເຊຍ ໄດ້ຊຸດໂຊມຫຼາຍພໍສົມຄວນ ແຕ່ປະຈຸບັນພວມໄດ້ຮັບການຟື້ນຟູ. ສະຫະພັນລັດເຊຍ ກໍຕ້ອງຜ່ານຜ່າໄລຍະເຄັ່ງຕຶງໃນສັງຄົມ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ Putin ເນັ້ນໜັກວ່າ: ຮອດຈຸດເວລາແລ້ວທີ່ບັນດາກຳລັງຄວນສົມທົບກັນ, ແບ່ງປັນຄວາມຮັບຜິດຊອບ ແລະ ມຸ້ງໄປເຖິງຈຸດໝາຍລວມແມ່ນນຳມາເຊິ່ງຄວາມຜາສຸກ ແລະ ຊີວິດການເປັນຢູ່ເປັນປົກກະຕິໃຫ້ແກ່ຊາວລັດເຊຍ ນັບລ້ານຄອບຄົວ. ຕາມທ່ານນາຍົກລັດຖະມົນຕີ Putin ແລ້ວ, ພັດທະນາປະເທດລັດເຊຍແຫ່ງໜຶ່ງດຽວ ແລະ ທັນສະໄໝຕ້ອງແມ່ນຈຸດໝາຍສ້າງຄວາມສາມັກຄີບັນດາກຳລັງການເມືອງ.
Quang Son ນັກຂ່າວ VOV ປະຈຳລັດເຊຍ