ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກາວບັ່ງ

(VOVWORLD) -  ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ແຂວງ ກາວບັ່ງ 2018 ດ້ວຍຫົວຂໍ້ວ່າ: “ກາວບັ່ງ - ກາລະໂອກາດແຫ່ງການລົງທຶນ, ພັດທະນາແບບຍືນຍົງ”...
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກາວບັ່ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

ຕອນເຊົ້າວັນທີ 25 ພະຈິກ, ຢູ່ນະຄອນກາວບັ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ແຂວງ ກາວບັ່ງ 2018 ດ້ວຍຫົວຂໍ້ວ່າ: “ກາວບັ່ງ - ກາລະໂອກາດແຫ່ງການລົງທຶນ, ພັດທະນາແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບັນດາຄຸນຄ່າຍຸດທະສາດດ້ານພູມສາດ ແລະ ຄວາມສາມາດເຊື່ອມຕໍ່ໃນຫຼາຍດ້ານຂອງແຂວງ ກາວບັ່ງ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ແຂວງ ກາວບັ່ງ ຈະປະຈັນບານໃນການປ່ຽນແປງໃໝ່ ແລະ ພັດທະນາ, ມີບາດກ້າວບຸກທະລຸໃໝ່ໃນໄລຍະຈະມາເຖິງ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກາວບັ່ງ - ảnh 2 ບັນດາຜູ້ແທນທີ່ກອງປະຊຸມ

ບົນຈິດໃຈນັ້ນ,ທ່ານນາຍົກລັດຖະມົນຕີຖືວ່າ ແຂວງ ກາວບັ່ງ ຄວນສຸມໃສ່ເຂົ້າ 3 ທິດທາງຕົ້ນຕໍ, ນັ້ນແມ່ນການບໍລິການທ່ອງທ່ຽວ; ປຸງແຕ່ງກະສິກຳ ປ່າໄມ້, ໝູນໃຊ້ເຕັກໂນໂລຊີສູງ; ແລະ ເສດຖະກິດດ່ານຊາຍແດນ, ທ່ານກ່າວວ່າ:

        “ຂ້າພະເຈົ້າໄດ້ເນັ້ນໜັກເຖິງຂະແໜງອາຊີບເຊິ່ງເປັນທ່າແຮງ, ມີແຫຼ່ງວັດຖຸດິບ, ມີຕະຫຼາດໃຫຍ່, ນັ້ນແມ່ນການປູກປ່າ, ປຸງແຕ່ງໄມ້, ເຄື່ອງຫັດຖະກຳ, ມີຄຸນນະພາບດີ, ໃຫ້ຕະຫຼາດໃກ້ຄຽງຈີນ. ຢູ່ບັນດາງານຕະຫຼາດນັດຢູ່ແຂວງ ນານໜິງ ຫຼື ຊ່ຽງໄຮ່ ຜ່ານມາ, ບັນດາຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ໄດ້ວາງສະແດງເຄື່ອງໄມ້ເປັນຈຳນວນຫຼາຍ. ເຄື່ອງໄມ້ກໍ່ແມ່ນໜຶ່ງໃນບັນດາປະເພດສິນຄ້າສົ່ງອອກດ້ວຍຂອບຂະໜາດໃຫຍ່ສຸດຂອງ ຫວຽດນາມ. ການປູກປ່າ, ປຸງແຕ່ງໄມ້, ເຄື່ອງຫັດຖະກຳທີ່ສົ່ງອອກໄປຍັງບັນດາຕະຫຼາດ, ໃນນັ້ນມີຕະຫຼາດຈີນ ແມ່ນທິດໃຫມ່ເຊິ່ງພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ.”

ຕອບກັບ

ຂ່າວ/ບົດ​ອື່ນ