ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມວາລະປະຊຸມຮ່ວມຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຢູ່ ນິວຢອກ

(VOVWORLD) - ຕອນຄ່ຳວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມວາລະປະຊຸມຮ່ວມຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຢູ່ ນິວຢອກ - ảnh 1ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ John F.Kennedy (ພາບ: VGP)

ໄດ້ໄປຮອດສະໜາມບິນສາກົນ John F.Kennedy, ນະຄອນ ນິວຢອກ ປະເທດ ອາເມລິກາ. ສານຂອງຄະນະຜູ້ແທນ ຫວຽດນາມ ນຳມາໃຫ້ວາລະປຶກສາຫາລືສຳຄັນນີ້ແມ່ນ “ເພີ່ມທະວີຄູ່ຮ່ວມມືທົ່ວໂລກ ເພື່ອໂລກສັນຕິພາບ, ຍຸຕິທຳ ແລະ ພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນທຸກຄົນ”.

       ໃນວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຈົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືຮ່ວມຂອງກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດຊຸດທີ 73; ໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ ກ່ຽວກັບການດຶງດູດການລົງທຶນຢູ່ ຫວຽດນາມ ໃນໄລຍະພັດທະນາເຕັກໂນໂລຊີ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ