ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄັ້ງທີ 1 ຂອງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ເລື່ອງພັດທະນາລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໄດ້ຮັບການກຳນົດມາແຕ່ດົນນານແລ້ວ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄັ້ງທີ 1 ຂອງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 20 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ຂອງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ເລື່ອງພັດທະນາລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໄດ້ຮັບການກຳນົດມາແຕ່ດົນນານແລ້ວ ແລະ ເລື່ອງນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກໍ່ໄດ້ຮັບການປະຕິບັດຢູ່ຫຼາຍຂັ້ນຫຼາຍ, ຂະແໜງການ, ຊ່ວຍໃຫ້ປະຊາຊົນມີຄວາມລື້ງເຄີຍກັບສະພາບການນຳໃຊ້ເອເລັກໂຕນິກ, ອິນເຕີເນັດ. ແຕ່ໃນສະພາບການຕົວຈິງແລ້ວ, ການຈັດອັນດັບລັດຖະບານເອເລັກໂຕນິກຂອງ ຫວຽດນາມ ຍັງຢູ່ 68/93 ປະເທດໃນໂລກ ແລະ ຢືນຢູ່ອັນດັບທີ 6/10 ໃນກຸ່ມອາຊຽນ. ນີ້ແມ່ນອັນດັບຕ່ຳ ແລະ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຄວນຊຸກຍູ້ ແລະ ຕັດສິນໃຈກ່ວາອີກໃນການສ້າງລັດຖະບານເອເລັກໂຕນິກ.

        ພ້ອມກັບການສະເໜີຕົວຂອງຄະນະກຳມະການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ນອກຈາກສະມາຊິກບາງທ່ານຂອງລັດຖະບານແລ້ວ ຍັງມີຜູ້ຕາງໜ້າຂອງ 4 ຫົວໜ່ວຍເຕັກໂນໂລຊີຂໍ້ມູນຂ່າວສານຂະໜາດໃຫຍ່, ມັນສະແດງໃຫ້ເຫັນຈິດໃຈການຮ່ວມມືທັງພາກລັດ - ເອກະຊົນໃນການສ້າງລັດຖະບານເອເລັກໂຕນິກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເພື່ອສ້າງລັດຖະບານເອເລັກໂຕນິກໃຫ້ສຳເລັດ ແລະ ຍົກລະດັບລັດຖະບານ ເອເລັກໂຕນິກຢູ່ ຫວຽດນາມ ເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ດີທີ່ສຸດນັ້ນ, ການນຳບັນດາຫົວໜ່ວຍ, ທ້ອງຖິ່ນ ຄວນຊີ້ນຳຜັນຂະຫຍາຍວຽກງານເປັນຢ່າງດີ, ຕ້ອງມີກົດລະບຽບໃນການຈັດຕັ້ງປະຕິບັດໃຫ້ເຂັ້ມງວດ:

        “ພວກເຮົາຕ້ອງສືບທອດ, ພັດທະນາບັນດາລາຍການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງລັດຖະບານຕາມການຊີ້ນຳຂອງກົມການເມືອງ, ຂອງລັດຖະບານ ແລະ ນາຍົກລັດຖະມົນຕີຢ່າງຂ້ຽວຂາດ, ຕໍ່ເນື່ອງກ່ວາອີກ. ເສີມຂະຫຍາຍບົດບາດຂອງຜູ້ບໍລິຫານທຸກຂັ້ນ. ຕ້ອງ, ຄົບຊຸດລະຫວ່າງການປະຕິຮູບບໍລິຫານກັບການປ່ຽນແປງໃໝ່ວິທີການເຮັດວຽກ, ມີການຮ່ວມສຳພັນ ຢ່າງແໜ້ນແຟ້ນ, ກຳນົດການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານແມ່ນເຄື່ອງມືທີ່ມີປະໂຫຍດເພື່ອໜູນຊ່ວຍການປະຕິຮູບດ້ານບໍລິຫານຢ່າງແຮງ, ໃນນັ້ນຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ. ຄວາມເພິ່ງພໍໃຈຂອງອົງການຈັດຕັ້ງ, ສ່ວນບຸກຄົນແມ່ນໄມ້ຫຼາວັດແທກຂອງການພັດທະນາລັດຖະບານເອເລັກໂຕນິກ.”

 ທີ່ວາລະປະຊຸມຄັ້ງທຳອິດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຄະນະກຳມະການຍົກອອກຮົ້ວກີດຂວາງຄວນສຸມໃສ່ແກ້ໄຂໃນການສ້າງລັດຖະບານເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາສະມາຊິກຂອງຄະນະກຳມະການປຶກສາຫາລືກ່ຽວກັບມາດຖານຕ້ອງບັນລຸໄດ້ໃນແຕ່ລະໄລຍະ; ສ້າງກອບຄວາມຮູ້ລວມກ່ຽວກັບລັດຖະບານເອເລັກໂຕນິກສຳລັບບັນດາປັດໄຈພື້ນຖານທີ່ຈຳເປັນ…

ຕອບກັບ

ຂ່າວ/ບົດ​ອື່ນ