ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນຊວນ​ຟຸກ ເຮັດ​ວຽກ​ກັບ​ຄະ​ນະ​ພັກ, ຄະ​ນ​ະ​ນຳ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ


(vovworld)- ຕອນ​ເຊົ້າ​ວັນ​ທີ 22/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ, ຄະ​ນ​ະ​ນຳ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ​ເພື່ອ​ກຳ​ແໜ້ນ​ສະ​ພາບ​ການ​ຜະ​ລິດ ດຳ​ເນີນ​ທຸລະ​ກິດ ແລະ ກຳ​ນົດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຍູ້​ແຮງ​ການ​ຜະ​ລິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນຊວນ​ຟຸກ ໄດ້​ເນັ້ນ​ໜັກ​ວ່າ ໃນ​ຕະຫຼອດ​ວິ​ວັດ​ການ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ​ຫວຽດ​ນາມຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ນຳ​ພາ, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ຈາກ​ພັກ ແລະ ລັດ​ຫວຽດ​ນາມ. ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ຂອງ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນຊວນ​ຟຸກ ສະ​ເໜີ​ການ​ນຳກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັ​ສ​ແຫ່ງ​ຊາດ​ຫວຽດ​ນາມ, ຈົ່ງ​ລະ​ດົມ​ກຳ​ລັງ​ໃຈ​ພະ​ນັກ​ງານ​ກຳ​ມະ​ກອນ​, ແກ້​ໄຂ​ຂໍ້​ຄົງ​ຄ້າງ, ສິ່ງ​ທີ່​ຈຳ​ກັດ, ຈາກນັ້ນ​ຈະ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ.
ຂ່າວ/ບົດ​ອື່ນ