(vovworld) - ຕອນບ່າຍວັນທີ 7/3, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບຂະຫຼວງໃຫຍ່ການຄ້າ ອີຢູ Karel de Gucht ທີ່ພວມຢູ່ ຫວຽດນາມ ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 19. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນການຄ້າ 2 ສົ້ນກັບ ອີຢູ ກໍ່ຄືຊຸກຍູ້ການເຈລະຈາສັນຍາການຄ້າເສລີ (ຫຼື FTA) ຫວຽດນາມ - ອີຢູ ໃຫ້ແຂງແຮງກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຊື່ອໝັ້ນວ່າ: ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈດ້ານການເມືອງລວມຂອງທັງ 2 ຝ່າຍ, ການເຈລະຈາ FTA ຫວຽດນາມ - ອີຢູ ອາດຈະສິ້ນສຸດໃນທ້າຍປີນີ້, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນການຄ້າ ຫວຽດນາມ - ອີຢູ ແຂງແຮງກ່ວາ ແລະ ນຳມາເຊິ່ງຜົນປະໂຫຍດລວມອັນແທດຈິງໃຫ້ທັງ 2 ຝ່າຍ.
ຂະຫຼວງໃຫຍ່ການຄ້າ EU Karel de Gucht ໃຫ້ຮູ້ວ່າ: ຍາມໃດ ອີຢູ ກໍຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ເວົ້າລວມ ແລະ ບັນດາປະເທດ ອາຊຽນ ເວົ້າສະເພາະ, ຢັ້ງຢືນ ອີຢູ ຈະມານະພະຍາຍາມພ້ອມກັບຝ່າຍ ຫວຽດນາມ ສິ້ນສຸດການເຈລະຈາ FTA ຫວຽດນາມ - ອີຢູ ໂດຍໄວ, ຖືວ່າເພື່ອໃຫ້ການເຈລະຈານີ້ບັນລຸຜົນສຳເລັດຕ້ອງມີຄວາມຕັດສິນໃຈການເມືອງຂອງທັງ 2 ຝ່າຍ.