(vovworld) - ວັນທີ 18/12, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸ້ງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ, ທ່ານຮອງນາຍົກລັດຖະມົນຕີ ວູ້ວັນນິງ ແລະ ບັນດາກຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງນະຄອນໂຮ່ຈິມິນ, ສະຫະສະມາຄົມອະສັງຫາລິມະຊັບນະຄອນ ແລະ ການນຳບັນດາທະນາຄານການຄ້າ ເພື່ອແນໃສ່ຊອກຫາມາດຕະການຕ່າງໆແກ້ໄຂຄວາມຫຍ້ງຍາກໃຫ້ຕະຫຼາດອະສັງຫາລິມະຊັບ ແລະ ແກ້ໄຂໜີ້ເສຍ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ຢືນຢັນວ່າ, ລັດຖະບານຈະສຸມໃສ່ແກ້ໄຂບັນຫານີ້ນັບແຕ່ຕົ້ນປີ 2013 ດ້ວຍບັນດາມາດຕະການສັງລວມ ແລະ ຄົບຊຸດ ນັບທັງໄລຍະຕໍ່ໜ້າກໍຄືໃນໄລຍະຍາວນານ. ພ້ອມກັບການໜູນຊ່ວຍ, ສ້າງເງື່ອນໄຂສະດວກຂອງລັດ, ທ່ານນາຍົກລັດຖະມົນຕີ ໄດ້ຖືວ່າ, ບັນດານັກລົງທຶນກໍຕ້ອງສ້າງໂຄງປະກອບດ້ວຍຕົນອງ, ປັບປຸງຜະລິດຕະພັນຄືນໃໝ່, ຫຼຸດລາຄາເພື່ອໃຫ້ເໝາະສົມກັບການວາງແຜນກຳນົດ ແລະ ຕະຫຼາດ. ທ່ານນາຍົກລັດຖະມົນຕີກໍຊົມເຊີຍບາງທະນາຄານການຄ້າ ໄດ້ມີແຜນການຫຼຸດຜ່ອນອັດຕາດອກເບັ້ຍຢ່າງລະອຽດໃນຂົງເຂດອະສັງຫາລິມະຊັບ, ໂດຍສະເພາະແມ່ນເຮືອນຢູ່ສັງຄົມ; ຊີ້ນຳທະນາຄານແຫ່ງລັດ ໃນເດືອນ 1 ປີ 2013 ສ້າງສຳເລັດແຜນຮ່າງແກ້ໄຂໜີ້ເສຍ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ.
“ໃນຈຳນວນເງິນ 200.000 ຕື້ດົງທີ່ເປັນໜີ້ເສຍນັ້ນ, ມີ 70% ແມ່ນຄ້ຳປະກັນຈາກອະສັງຫາລິມະຊັບ. ເພາະສະນັ້ນ, ຕ້ອງສ້າງໂຄງປະກອບໜີ້ສິນຄືນໃໝ່, ຫັກເງິນສ້າງຄັງປ້ອງກັນຄວາມສ່ຽງເພື່ອແກ້ໄຂ, ມອບສິດເປັນເຈົ້າໃຫ້ແກ່ທະນາຄານພິຈາລະນາຕົກລົງ, ຖ້າຫາກບໍ່ໃຫ້ກູ້ຢືມນັ້ນຈະເຮັດແນວໃດຈຶ່ງເກັບໂຮມຄືນ, ເປັນເຈົ້າຕົນເອງ ແລະ ຮັບຜິດຊອບດ້ວຍຕົນເອງໄດ້”.
ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸ້ງ ໃຫ້ຮູ້ວ່າ, ລັດຖະບານຈະປະກາດມະຕິຫົວເລື່ອງສະເພາະກ່ຽວກັບບາງມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຄວາມເປັນປົກກະຕິຂອງຕະຫຼາດອະສັງຫາລິມະຊັບໃນໄລຍະຈະມາເຖິງ.