ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມລົງ​ມື​ກໍ່​ສ້າງ​ສູນນ້ຳ​ນົມ​ມົກ​ເຈົາ

(VOVWORLD) -     ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ເມືອງໂມກເຈົາແຂວງ ເຊີນລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສູນນ້ຳນົມມົກເຈົາ ໂດຍບໍລິສັດຫຸ້ນສ່ວນງົວພັນນົມມົກເຈົາ ແລະ ບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ ( Vinamilk) ລົງທຶນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມລົງ​ມື​ກໍ່​ສ້າງ​ສູນນ້ຳ​ນົມ​ມົກ​ເຈົາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ສູນນ້ຳນົມມົກເຈົາ ລວມມີ 2 ກິດຈະກຳຕົ້ນຕໍ: ຟາມຊີວະພາບ, ງົວພັນນົມເຕັກໂນໂລຢີສູງ ມົກເຈົາ ແລະ ໂຮງງານປຸງແຕ່ງນ້ຳນົມເຕັກໂນໂລຢີສູງມົກເຈົາ. ຟາມຊີວະພາບ, ງົວພັນນົມເຕັກໂນໂລຢີສູງ ມົກເຈົາ  ແມ່ນຮູບແບບຟາມລ້ຽງງົວນົມເຕັກໂນໂລຢີສູງສົມທົບກັບການທ່ອງທ່ຽວຊີວະພາບມີເນື້ອທີ່ທັງໝັດ 150 ເຮັກຕາ; ໂຮງງານປຸງແຕ່ງນ້ຳນົມເຕັກໂນໂລຢີສູງມົກເຈົາ ມີເນື້ອທີ 26 ເຮັກຕາ ດ້ວຍສະມັດຕະພາບການຜະລິດນ້ຳນົມແມ່ນ 500 ໂຕນຕໍ່ມື້ໃນໄລຍະທີ 1 ແລະ ອາດຈະຍົກລະດັບຂຶ້ນເຖິງ 1.000 ໂຕນຕໍ່ມື້ໃນໄລຍະທີ 2.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍຂຸດຄົ້ນຢ່າງແຮງ, ຊຸກຍູ້ການພັດທະນາຂະແໜງກະສິກຳຂອງເມືອງມົກເຈົາ ແລະ ແຂວງເຊີນລ່າ, ສ້າງເຄື່ອງໝາຍນ້ຳນົມມົກເຈົາ. ການຜັນຂະຫຍາຍໂຄງການນີ້ຢ່າງມີປະສິດທິຜົນ ຈະເປັນການປະກອບກຳລັງໜູນຕື່ມອີກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫວັງວ່າ ວິສາຫະກິດ, ປະຊາຊົນ ແລະ ລັດ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງເຊີນລາຈະສ້າງຄວາມກົມກ່ຽວດ້ານຜົນປະໂຫຍດເພື່ອການພັດທະນາ.

      ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ລົງກວດກາ ແລະ ສຳຫຼວດຕົວຈິງຢູ່ ໂຄງການກໍ່ສ້າງທາງດ່ວນ ຮ່ວາບິ່ງ-ມົກເຈົາ.


ຕອບກັບ

ຂ່າວ/ບົດ​ອື່ນ