ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ​

(VOVWORLD) -ຕາມສື່ມວນຊົນສອງປະເທດແລ້ວ, ບັນດາເນື້ອໃນການຮ່ວມມືສອງຝ່າຍໃນໄລຍະຫຼັງໂລກລະບາດໂຄວິດ - 19 ຈະແມ່ນຈຸດສຸມຂອງການເຈລະຈາ ລະຫ່ວາງ ນາຍົກລັດຖະມົນຕີ ສອງປະເທດ. ນອກຈາກນັ້ນ, ບາງເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົວພັນ ຂອງສອງປະເທດ ກັບຈີນ ກໍ່ອາດສາມາດໄດ້ນາຍົກລັດຖະມົນຕີ ສອງທ່ານເຕື້ອງເຖິງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ​ - ảnh 1ທ່ານ ນາຍົກລັດຖະມົນຕີ  Scott Morrison ພ້ອມດ້ວຍພັນລະຍາ  ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພ້ອມດ້ວຍພັນລະຍາ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Scott Morrison ໄດ້ໄປເຖິງນະຄອນ Queenstown, ປະເທດ ນິວຊີແລນ, ເລີ່ມຕົ້ນການຢ້ຽມຢາມ ປະເທດ ນິວຊີແລນ ໃນລະຫວ່າງວັນທີ 30 - 31 ພຶດສະພາ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສອງຝ່າຍ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນບັນດາບັນຫາໃນພາກພື້ນ. ທ່ານ ນາຍົກລັດຖະມົນຕີ  Scott Morrison ຈະພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ກ່ອນ ເວລາ ສອງທ່ານເຂົ້າຮ່ວມການເຈລະຈາປະຈຳປີ ຊຶ່ງຈະດຳເນີນໃນວັນທີ 31 ພຶດສະພາ.

ການຢ້ຽມຢາມນິວຊີແລນ ຂອງ ການນຳ ອົດສະຕາລີ ໄດ້ດຳເນີນໃນສະພາບການ ລັດຖະບານ ສອງປະເທດ ພວມຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແຕ່ວ່າ ພື້ນຖານ ເສດຖະກິດຂອງສອງປະເທດ ລ້ວນແຕ່ຖືກຮັບຜົນກະທົບບໍ່ແມ່ນຫນ້ອຍ ຈາກ ໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຂະແໜງການທ່ອງທ່ຽວ.

ຕາມສື່ມວນຊົນສອງປະເທດແລ້ວ, ບັນດາເນື້ອໃນການຮ່ວມມືສອງຝ່າຍໃນໄລຍະຫຼັງໂລກລະບາດໂຄວິດ - 19 ຈະແມ່ນຈຸດສຸມຂອງການເຈລະຈາ ລະຫ່ວາງ ນາຍົກລັດຖະມົນຕີ ສອງປະເທດ. ນອກຈາກນັ້ນ, ບາງເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົວພັນ ຂອງສອງປະເທດ ກັບຈີນ ກໍ່ອາດສາມາດໄດ້ນາຍົກລັດຖະມົນຕີ ສອງທ່ານເຕື້ອງເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ