ນາຍົກລັດຖະມົນຕີ ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຮັກສາລາຄາ​ເປັນປົກກະຕິ

ນາຍົກລັດຖະມົນຕີ ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຮັກສາລາຄາ​ເປັນປົກກະຕິ - ảnh 1
ພາບປະກອບ: vtv.vn

(vovworld) - ວັນ​ທີ 26/9, ນາຍົກລັດຖະມົນຕີອອກຄຳ​ສັ່ງ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕ້ອງ​ກວດກາ​ ລາຄາທຸກ​ປະ​ເພດ, ຄ່າ​ສິ້ນ​ເປືອງ​ຂອງ​ສິນຄ້າ​ປະ​ເພດຕ່າງໆ ​ແລະ ລາ​ຄາອຸປະກອນວ​ັດສະ​ດຸ​ສົ້ນ​​ເຂົ້າ​ຂອງ​ການ​ຜະລິດ ຢ່າງ​ແຫນ້ນ​ແຟ້ນ. ທ່ານ​        ນາຍ​ົກລັດຖະມົນຕີ ສະ​ເຫ​ນີ​ໃຫ້​ກະ​ຊວງ, ຂະ​ແຫນງ​ການ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ ຂຶ້ນ​ກັບ​ສູນ​ກາງ ປະຕິບັດ​ການ​ປ້ອງ​ກັນ, ສໍ້​​ໂກງ​ການ​ຄ້າ​, ຕ້ານສໍ້​ໂກງ​ລາຄາ​ນຳ​ເຂົ້າ ​ແລະ ການ​ຄ້າ​​ເຖື່ອນ​ຜ່ານ​ຊາຍ​ແດນຢ່າງ​ເຂັ້ມ​ງວດ, ​ເປັນ​ຕົ້ນ​ແມ່ນ​ນ້ຳມັນ​, ຢາສູບ, ​ແຮ່​ທາດ, ​ເດັດດ່ຽວ​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ​ໃຫ້​ເຂັ້ມ​ງວດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ. ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ມີ​ຄວາມ​ໄຫວ​ພິບ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ, ສິນ​ເຊື່ອ, ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ, ຄຳ, ​ເປັນ​ເຈົ້າການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຂໍ້​ຕິດ​ຂັດຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ