(vovworld) - ວັນທີ 28/9, ຢູ່ເມືອງເກາະຫຼີເຊີນ, ແຂວງ ກວາງຫງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີເປີດສະຫຼອງໂຄງການສະໜອງໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດໃຫ້ເກາະຫຼີເຊີນ ດ້ວຍສາຍກາບໃຕ້ພື້ນທະເລ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຫວັງວ່າ, ກະຊວງອຸດສາຫະກຳການຄ້າ, ບໍລິສັດໃຫຍ່ໄຟຟ້າພາກກາງ, ກຸ່ມບໍລິສັດໄຟຟ້າຫວຽດນາມ ສືບຕໍ່ລົງທຶນກໍ່ສ້າງບັນດາໂຄງການ, ກິດຈະກຳຕ່າງໆ, ໃນນັ້ນມີບັນດາໂຄງການສະໜອງໄຟຟ້າໃຫ້ເກາະຕ່າງໆຂອງປະເທດ ເພື່ອຮັບປະກັນພະລັງງານໄຟຟ້າໃຫ້ແກ່ການພັດທະນາປະເທດຊາດຕາມແຜນການ, ແຜນກຳນົດທີ່ໄດ້ວາງອອກ. ຄຽງຄ້າງນັ້ນທ່ານນາຍົກລັດຖະມົນຕີຍັງສະແດງຄວາມປາດຖະໜາວ່າເມືອງເກາະ ຫຼີເຊີນ ແລະ ແຂວງກວາງຫງາຍຂຸດຄົ້ນ, ນຳໃຊ້ແຫ່ຼງໄຟຟ້າແຫ່ງຊາດຢ່າງມີປະສິດທິຜົນ ເພື່ອພັດທະນາຢ່າງໄວ, ໝັ້ນຄົງ ແລະ ມີປະສິດທິຜົນກວ່າໃນທຸກຂົງເຂດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕຢູ່ເຂດທະເລ, ໝູ່ເກາະສັກກະລະບູຊາຂອງປະເທດຊາດ.