ນຳນະຄອນໂຮ່ຈີມິນ ກ້າວຂຶ້ນທຽບເທົ່າກັບບັນດານະຄອນຢູ່ພາກພື້ນອາຊີ

(VOVWORLD) -ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບ 1 ປີແຫ່ງການປະຕິບັດຂໍ້ສະຫຼຸບຂອງກົມການເມືອງສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງນຳໃຊ້ກົນໄກ, ນະໂຍບາຍພິເສດເຂົ້າໃນການພັດທະນານະຄອນໂຮ່ຈີມິນ.
ນຳນະຄອນໂຮ່ຈີມິນ ກ້າວຂຶ້ນທຽບເທົ່າກັບບັນດານະຄອນຢູ່ພາກພື້ນອາຊີ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ກອງປະຊຸມນີ້ແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການແກ້ໄຂເພື່ອນຳນະຄອນໂຮ່ຈີມິນ ພັດທະນາຢ່າງແຮງກວ່າ ແລະ ຕ້ອງຮ່ວມແຮງຮ່ວມໃຈກັນນຳນະຄອນໂຮ່ຈີມິນ ກ້າວຂຶ້ນ, ບໍ່ພຽງແຕ່ທຽບເທົ່າກັບບັນດານະຄອນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຢູ່ທະວີບອາຊີອີກດ້ວຍ. ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ກຳນົດການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກສູງປະສິດທິພາບປະສິດທິຜົນຂອງຄຸ້ມຄອງລັດ, ສ້າງອຳນາດການປົກຄອງເອເລັກໂຕນິກ… ສືບຕໍ່ຜັນຂະຫຍາຍ 7 ໂຄງການບຸກທະລຸຂອງນະຄອນ ແລະ ແຜນຮ່າງກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ກາຍເປັນນະຄອນອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ