(vovworld) - ວັນທີ 13/08, ຕະຫຼວດສະວິດ ໃຫ້ຮູ້ວ່າ, ມີຜູ້ຊາຍຄົນໜຶ່ງໄດ້ຈູດເຜົາ ແລະ ໃຊ້ມິດແທງເຂົ້າຜູ້ໂດຍສານຫຼາຍຄົນໃນຕູ້ 1 ຂອງລົດໄຟ, ເຮັດໃຫ້ 6 ຄົນຮັບບາດເຈັບ, ໃນນັ້ນມີິເດັກອາຍຸ 6 ປີ. ແຈ້ງການຂອງຕະຫຼວດເຂດ Saint Gallen ໃຫ້ຮູ້ວ່າ, ເປົ້າໝາຍດັ່ງກ່າວມີອາຍຸ 27 ປີ ແລະ ແມ່ນພົນລະເມືອງສະວິດ ໄດ້ປະຕິບັດເຫດບຸກໂຈມຕີດັ່ງກ່າວ ໃນລົດໄຟພວມເດີນທາງໄປຍັງເຂດຕາເວັນອອກໄກ ຂອງສະວິດ, ຕິດກັບເຂດຊາຍແດນ Liechtenstein. ມີບາງຄົນຖືກບາດເຈັບໜັກ. ບັນດາເຈົ້າໜ້າທີ່ໄອຍະການເຂດ Saint Gallen ໄດ້ເປີດການສືບສວນຄະດີອາຍາສຳລັບເຫດບຸກໂຈມຕີນີ້.