ບິ່ງທ້ວນສູ້ຊົນກາຍເປັນ ແຂວງອຸດສາຫະກຳ ຕາມທິດທັນສະໄໝ
(ພາບ: vov)
(vovworld)- ທີ່ການເຮັດວຽກລະຫວ່າງກົມການເມືອງ ແລະ ການນຳແຂວງບິ່ງທ້ວນ ເມື່ອວັນທີ 2/11, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ເນັ້ນໜັກວ່າ: ເພື່ອບັນລຸຈຸດໝາຍສູ້ຊົນກາຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝ, ແຕ່ນີ້ຮອດປີ 2020, ບິ່ງທ້ວນ ຄວນສືບຕໍ່ຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ; ມີໂຄງປະກອບເສດຖະກິດເໝາະສົມ. ສ້າງແຂວງບິ່ງທ້ວນ ເປັນທ້ອງຖິ່ນມີໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມຈຳເປັນ, ຄົບຊຸດ.ທ່ານເລຂາທິ ການໃຫ່ຍຫງວຽນຟູຈ້ອງ ເນັ້ນໜັກວ່າ:
“ບິ່ງທ້ວນແມ່ນແຂວງມີທີ່ຕັ້ງສຳຄັນດ້ານດ້ານການເມືອງ, ເສດຖະກິດ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດແຄມທະເລທາງທິດໃຕ້ສຸດຂອງພາກກາງ ແມ່ນປະຕູເພື່ອພົວພັນແລກປ່ຽນດ້ານການຄ້າກັບບັນດາແຂວງໃນເຂດເສດຖະກິດຈຸດສຸມທາງທິດຕາເວັນອອກຂອງພາກໃຕ້ ແລະ ເຂດໄຕງວຽນ; ມີຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງດ້ານພະລັງງານ, ໄຟຟ້າ, ກະສິກຳ-ປ່ໄມ້-ສິນໃນນ້ຳ, ການທ່ອງທ່ຽວ ແລະ ການບໍລິການ….
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ກໍ່ສະເໜີໃຫ້ແຂວງບິ່ງທ້ວນ ຈົ່ງເດັດດ່ຽວປະຕິບັດວຽກງານກໍ່ສ້າງພັກ, ສຸມໃສ່ບັນດາມາດຕະການເພື່ອແນໃສ່ຍົກສູງຄວາມສາມາດນຳພາຂອງອົງການພັກ ແລະ ຍົກສູງຄຸນະພາບສະມາຊິກພັກ. ທາງແຂວງຕ້ອງປັບປຸງບັນດາຄວາມອ່ອນແອໃນບັ້ນສຳຫຼວດຕຳນິຕິຊົມຕົນເອງ ແລະ ໝູ່ຄະນະຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ຕິດພັນກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ; ສ້າງລະບົບການເມືອງຢູ່ຮາກຖານນັບມື້ນັບໝັ້ນຄົງເຂັ້ມແຂງ.