(vovworld) - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຸນກາລີ Le Duc Luu ຫາກໍຍື່ນສານມອບໝາຍໜ້າທີ່ຂອງທ່ານປະທານປະເທດ Truong Tan Sang ໃຫ້ທ່ານປະທານາທິບໍດີບຸນກາລີ Rosen Plevneliev. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ Le Duc Luu, ທ່ານ ປະທານາທິບໍດີບຸນກາລີ Rosen Plevneliev ໄດ້ຢືນຢັນວ່າ ຍາມໃດບຸນກາລີ ກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອເຊິ່ງ ພວມໄດ້ຮັບການພັດທະນາອັນດີງາມລະຫວ່າງສອງປະເທດ ແລະ ສອງຊາດເປັນສຳຄັນ, ພ້ອມກັນນັ້ນກໍເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງບຸນກາລີ ຢູ່ອາຊີ. ທ່ານປະທານາທິບໍດີ ບຸກາລີ ຫວັງວ່າຈະໄປຢ້ຽມຢາມຫວຽດນາມ ໃນໄລຍະອັນໃກ້ໆນີ້ ແລະ ເຊື່ອໝັ້ນວ່າ ສອງປະເທດຈະຮ່ວມມືຊຸກຍູ້ການພົວພັນໃນຫຼາຍຂົງເຂດຄື ເສດຖະກິດ, ການຄ້າ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ… ກໍຄືສົມທົບກັນບົນເວທີປາໄສສາກົນ ແລະ ຢູ່ສະຫະປະຊາຊາດ ເປັນຢ່າງດີ.