ການສະແດງສິລະປະໃນຄັ້ງທີ 9
(vovworld) - ເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດ - ທ່ອງທ່ຽວມໍລະດົກ 2012, ແຕ່ວັນທີ 24 – 26/8 ຢູ່ນະຄອນໂຮ້ຍອານ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ສົມທົບກັບສະຖານທູດຍີ່ປຸ່ນຈັດຕັ້ງລາຍການ “ພົບປະແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ” ຄັ້ງທີ 10 ຢູ່ນະຄອນໂຮ້ຍອານ ແຂວງ ກວາງນາມ. ໃນຕະຫຼອດໄລຍະດຳເນີນເຫດການ, ມີການເຄື່ອນໄຫວວັດທະນະທຳ, ສິລະປະທີ່ພົ້ນເດັ່ນ, ຟົດຟື້ນຂອງພື້ນຖານວັດທະນະທຳຫວຽດນາມ ແລະ ຍີ່ປຸ່ນ ຈະຖືກສະແດງໂດຍບັນດາສິລະປິນອາຊີບ ແລະ ສະໝັກຫຼິ້ນໃນ ໂຮ້ຍອານ ແລະ ມາຈາກຍີ່ປຸ່ນ. ນອກຈາກນັ້ນ ຍັງມີການວາງສະແດງຮູບຖ່າຍ “ໄລຍະທາງແຫ່ງການຮ່ວມມືພົບປະແລກປ່ຽນ ໂຮ້ຍອານ - ຍີ່ປຸ່ນ”, ແນະນຳປະຫວັດສາດຍີ່ປຸ່ນ ແລະ ນະຄອນ ໂຮ້ຍອານ ດ້ວຍພາສາຫວຽດນາມ, ອັງກິດ, ສະແດງຟ້ອນດາບຍີ່ປຸ່ນ, ຊ່ວງເຮືອ ໂຮ້ຍອານ - ຍີ່ປຸ່ນ - ແຂກທ່ອງທ່ຽວ... ເນື່ອງໃນໂອກາດນີ້, ມີຫຼາຍລາຍການ, ການວາງສະແດງໄດ້ຮັບການຈັດຕັ້ງດ້ວຍຫຼາຍຮູບຫຼາຍແບບ, ສະແດງບັນດາຈຸດທີ່ເປັນເອກະລັກສະເພາະທີ່ສຸດກ່ຽວກັບວັດທະນະທຳຂອງ ໂຮ້ຍອານ ແລະ ຍີ່ປຸ່ນ, ກໍຄືການສະໜິດຕິດພັນ, ການແຊກຊຶມ ແລະ ປະສົມປະສານດ້ານວັດທະນະທຳຂອງ 2 ຝ່າຍ.