ບັນດາການເຄື່ອນໄຫວ ຂ່ຳນັບຮັບຕ້ອນ ລະດູບານໃໝ່

ບັນດາການເຄື່ອນໄຫວ ຂ່ຳນັບຮັບຕ້ອນ ລະດູບານໃໝ່ - ảnh 1
ຖະໜົນດອກໄມ້ ຫງວຽນເຫ້ວ ທີ່ນະຄອນໂຮ່ຈິມິນ

Vovworld- ຍັງ​ອີກ​ພຽງ 2ມື້​ເທົ່າ​ນັ້ນ ກໍ​ຈະ​ຮອດ​ບຸນເຕັດໝາຍເຖິງ ບຸນປີໃໝ່ ປະຈຳຊາດຫວຽດນາມ. ມີການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຊົມເຊີຍລະດູ ບານໃໝ່ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ. ຕອນຄ່ຳວັນທີ 7/2, ຢູ່ຖະໜົນດອກໄມ້ ຫງວຽນເຫ້ວ ແລະ ງານບຸນຖະໜົນ ປຶ້ມອ່ານ ​ທີ່​ນະຄອນ​ໂຮ່ຈິ​ມິນໄດ້​ຖືກ​ໄຂ​ຂື້ນຢ່າງ​ຟົດຟື້ນມ່ວນຊື່ນ. ປີນີ້​ເປັນ​ຂີດ​ໝາຍ​ການສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ຈັດ​ຕັ້ງ​ເຫດການຖະໜົນດອກໄມ້ ຫງວຽນເຫ້ວ. ດ້ວຍ​ຫົວ​ເລື່ອງ “ ໝາກ​ຫົວ​ໃຈ​ຫວຽດນາມ” ຖະໜົນດອກໄມ້ປີ​ນີ້​ມີ​ຈຸດ​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ ​ແນ​ໃສ່​ສົ່ງ​ສານ​ແຫ່ງ​ຄວາມ​ສາມັກຄີ, ​ເຊີດ​ຊູ​ມູນ​ເຊື້ອ​ອົງອາດ​ກ້າ​ແກ່ນ​ຂອງ​ຊາດ​ຫວຽດນາມ, ພ້ອມ​ກັນ​ນັ້ນ ກໍ​ວາດ​ພາບ​ເຖິງ​ທິວ​ທັດ​ທຳ​ມະ​ຊາດ, ຄວາມ​ງາມ​ດ້ານ​ວັດທະນະທຳ ​ແລະ ຊາວ​ຫວຽດນາມ​ຢູ່ທຸກ ແຖບຖິ່ນຂອງ ປະເທດຊາດ. ທ່ານ ​ເລ​ຮ່ວາງ​ກວນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ :

    “ 10 ປີຜ່ານມາ, ຖະໜົນດອກໄມ້ ຫງວຽນເຫ້ວໄດ້ກາຍ​ເປັນ​ຈຸດ​ວັດທະນະທຳ​ລວມຂອງ​ນະຄອນ. ຖະໜົນດອກໄມ້ ​ແມ່ນ​ການສະ​ແດງ​ນ້ຳ​ໃຈ​ຂອງຊາວ ນະຄອນ​ທີ່​ມີ​ຕໍ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ກໍ​ຄື​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ປີ​ນີ້​, ຖະໜົນດອກໄມ້​ມີ​ຄວາມ​ໝາຍວ່າ ທ່ວງທ່າ​ຂອງ​ປະ​ເທດ​ຊາດ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ມັນ​ຍັງ​ເປັນ​ສະ​ແດ​ງ​ໃຫ້​ເຫັນຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ ​ແລະ ລັດ ​ແລະ ຢືນຢັນ​ຄວາມ​ມານ​ນະພະ​ຍາ​ຍາມຜ່ານຜ່າຄວາມຫຍຸ້ງຍາກການ ທົດສອບ​ນາໆປະການຂອງຊາວນະຄອນ ”

     ພ້ອມກັບເຫດການຖະໜົນດອກໄມ້ ຫງວຽນເຫ້ວ, ງານບຸນຖະໜົນ ປຶ້ມອ່ານລະດູບານໃໝ່ປີມະເສງ 2013 ກໍໄດ້ຖືກໄຂຂຶ້ນເພື່ອຮັບໃຊ້ຜູ້ອ່ານ ​ໄປ​ທ່ຽວ​ຫຼິ້ນຍາມລະດູບານ​ໃໝ່. ​​ແລະ ກໍ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ງານ​ບຸນ​ດອກ​ໄມ້​ກໍ​ໄດ​້ຈັດ​ຂຶ້ນຢູ່ ດາ​ນັ້ງ, ​ເຫ້ວ, ​ແລະ ທ້ອງຖິ່ນອື່ນໆຂອງປະເທດຊາດ.

ຂ່າວ/ບົດ​ອື່ນ