ບັນດາຄຳສັ່ງຂອງລັດເຊຍສຳລັບຕວກກີເລີ່ມມີຜົນສັກສິດ
(ພາບປະກອບ: TTXVN)
(vovworld) – ນັບແຕ່ວັນທີ 01/01/2016, ຕວກກີ ຈະບໍ່ສາມາດສົ່ງອອກພັກ, ສິ້ນ ແລະ ໝາກໄມ້ທຸກສະນິດໄປຍັງລັດເຊຍ. ຄຳສັ່ງເລີ່ມມີຜົນສັກສິດນັບແຕ່ວັນທີ 01/01 ເປັນຕົ້ນໄປ ທີ່ນອນໃນບັນດາມາດຕະການລົງໂທດເຊິ່ງລັດເຊຍ ຈັດວາງສຳລັບຕວກກີ ພາຍຫຼັງເຫດການປະເທດນີ້ຍິງເຮືອບິນທະຫານຂອງລັດເຊຍ ຕົກໃນເຂດນ່ານຟ້າຂອງຊີຣີ. ກະຊວງການຄ້າອຸດສາຫະກຳລັດເຊຍ ຖະແຫຼງວ່າ, ເພື່ອທົດແທນໃຫ້ບັນດາສິນຄ້າຂອງຕວກກີ ໃນຕະຫຼາດລັດເຊຍ ແມ່ນບັນດາຜະລິດຕະພັນມາຈາກອີຢິບ ແລະ ປະເທດອື່ນໆທີ່ໃກ້ຊິດສະໜິດສະໜົມກັບລັດເຊຍ.
ໃນເຫດການທີ່ກ່ຽວຂ້ອງ, ເລີ່ມແຕ່ວັນທີ 01/01/2016, ລັດເຊຍ ຈະຢຸດຕິລະບອບຍົກເວັ້ນວີຊາ ກັບຕວກກີ. ແຕ່ວ່າ, ຂໍ້ກຳນົດນີ້ບໍ່ນຳໃຊ້ສຳລັບພົນລະເມືອງຕວກກີ ມີໃບອະນຸຍາດພັກອາໄສຢູ່ດິນແດນລັດເຊຍ, ກໍຄືບັນດາພົນລະເມືອງຕວກກີ ໄປເຮັດວຽກໃນບັນດາອົງການການທູດຢູ່ລັດເຊຍ.