ບັນດາບຸລິມະສິດຂອງAPECໃນປີຟີລິບປິນເປັນປະທານ

ບັນດາບຸລິມະສິດຂອງAPECໃນປີຟີລິບປິນເປັນປະທານ - ảnh 1
ກອງ​ປະ​ຊຸມ APEC 2014 ຢູ່ ຈີນ
(ພາບ: Quang Đức- Hải Yến/TTXVN)

(vovworld) - ແຈ້ງ​ການ​ທາງ​ສື່ມວນ​ຊົນ​ຂອງ​ຄະ​ນະ​ເລ​ຂາ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໃຫ້​ຮູ້​ວ່າ: ໃນ​ການ​ປະ​ຊຸມ​ຂ່າວມໍ່ໆ​ນີ້​ຢູ່​ນະ​ຄອນຫຼວງ ມາ​ນີ​ລາ ຂອງ ຟີ​ລິບ​ປິນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 21 ພື້ນ​ຖານ​ເສດ​ຖະ​ກິ​ດ​ສະ​ມາ​ຊິກ APEC ກຳ​ນົດ​ບັນ​ດາ​ບຸ​ລິ​ມະ​ສິດ​ໃຫ້​ໂຄງ​ການ​ດຳ​ເນີນ​ງານ APEC ປີ 2015 ຕາມ​ທິດ​ເປີດ​ກ້​ວາງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ກ່​ວາ 3 ຕື້​ຄົນ​ໃນ​ກຸ່ມ ແລະ ສ້າງ​ກຳ​ລັງ​ໜ​ູນ​ໃໝ່​ໃຫ້​ແກ່​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ເຕີບ​ໂຕ​ແບບ​ຍື​ນ​ຍົງ​ໃນ​ສະ​ພາບ​ການ​ບັນ​ດາ​ເງື່ອນ​ໄຂ​ທົ່ວ​ໂລກມ​ີ​ການ​ປ່ຽນ​ແປງ.

        ໃນຖາ​ນະ​ເປັນ​ປະ​ທານ APEC ປີ 2015, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Benigno Aquino 3 ປະ​ກາດ​ຫົວ​ຂໍ້​ຂອງ​ໂຄງ​ການ​ດຳ​ເນ​ີນ​ງານ​ປີ​​ໜ້າ​ແມ່ນ “ກໍ່​ສ້າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຮ​ອບ​ດ້ານ, ກໍ່​ສ້າງ​ໂລກ​​ໃຫ້ດີ​ກ່​ວາ”. ໂຄງ​ການ​ຈະ​ສະ​ຫງວນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃຫ້​ແກ່ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາກ​ພື້ນ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ ແລະ ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ (SME) ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນກໍ່​ຄື​ທົ່ວ​ໂລກ, ເພີ່ມ​ທະ​ວີ​ການ​ລົງ​ທຶນ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກໍ່​ສ້າງ​ປະ​ຊາ​ຄົມ​ໝັ້​ນ​ຄົງ, ເຂັ້ມ​ແຂງ ແລະ ອາດ​ສາ​ມາດ​ຮັບ​ມື​ກັບ​ບັນ​ດາ​ການ​ທ້າ​ທາຍ​ທີ່​ວາງ​ອອກ.

        ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄັ້​ງ​ທຳ​ອິດ​ຂອງ APEC ໃນ​ປີ 2015 ແລະ ບັນ​ດາກອ​ງ​ປະ​ຊຸມ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 26/1 – 7/2/2015, ຢູ່ ຟີ​ລິບ​ປິນ.


ຂ່າວ/ບົດ​ອື່ນ