ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP/Đình Nam)
(vovworld) – ວັນທີ 24/4, ທີ່ການປະຊຸມຂ່າວກ່ຽວກັບຄວາມຄືບໜ້າໃນການປະຕິບັດ 3 ໂຄງການເຕັກໂນໂລຢີແຫ່ງຊາດ (ໂຄງການພັດທະນາຜະລິດຕະພັນແຫ່ງຊາດຮອດປີ 2020, ໂຄງການແຫ່ງຊາດພັດທະນາເຕັກໂນ ໂລຢີສູງຮອດປີ 2020, ໂຄງການປ່ຽນໃໝ່ເຕັກໂນໂລຢີແຫ່ງຊາດຮອດປີ 2020), ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າບົນຈິດໃຈປ່ຽນໃໝ່ວຽກງານວິທະຍາສາດ ເຕັກໂນໂລຢີໃນສະພາບ ການໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕ້ອງກວດກາຄືນບັນດາແຜນຮ່າງ, ໜ້າທີ່ວິທະຍາສາດເຕັກໂນໂລຢີ, ປະຕິບັດໜ້າທີ່ຄຸ້ມຄອງລັດເປັນຢ່າງດີ. ໃນໄລຍະ 2014 – 2015, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງ ການເງິນ ໂດຍອີງຕາມ ສະພາບການ, ຄາດຄະເນລາຍຮັບ, ຈາກນັ້ນໄດ້ ປະກາດຄວາມສາມາດດູນດຽງແຫຼ່ງເງິນ ໃຫ້ແກ່ 3 ໂຄງການເຕັກໂນໂລຢີແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີວ່າບັນດາ ແຜນຮ່າງ, ໜ້າທີ່ວິທະຍາສາດ ເຕັກໂນໂລຢີ ທີ່ໄດ້ຮັບການ ອະນຸມັດຜ່ານຜັນຂະຫຍາຍ, ແມ່ນຕ້ອງເຮັດແບບກະທັດລັດ, ມີປະສິດທິຜົນ, ມີຜະລິດຕະພັນລະອຽດໃນໄລຍະ 2 ປີ 2014 – 2015, ກ່ອນທີ່ກະກຽມໃຫ້ໂຄງການຄົ້ນຄ້ວາ ວິທະຍາສາດເຕັກໂນໂລຢີ ໃນໄລຍະຕໍ່ໄປ.