ບັນດາ ສສຊ ເລີ່ມຕົ້ນການພົບປະກັບ ຜູ້ມີສິດເລືອກຕັ້ງ

ວັນ ທີ 27 ພະຈິກ, ທ່ານ ຮອງ ນາຍົກລັດຖະມົນຕີ ຫງວຽນທຽນ ເຍີນ ແລະ ຄະນະ ສສຊ ຊຸດ ທີ 13 ແຂວງ ບັກ ຢາງ ໄດ້ ມີ ການ ພົບ ປະ ກັບ ຜູ້ ມີ ສິດ ເລືອກ ຕັ້ງ ພາຍຫຼັງ ກອງ ປະຊຸມ ສະ ໄໝ ສາມັນ ເທື່ອ ທີ່ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ່ 13 ຢູ່ກອງ ພົນທີ່ 3 ຂື້ນ ກັບ ທະຫານ ເຂດ 1, ກອງ ພົນ 365 ຂື້ນກັບ ເຫຼີ່າທັບ ປ້ອງ ກັນ ອາກາດ - ກອງທັບ ອາກາດ ແລະ ບັນດາ ກົມ ກອງ ທະຫານ ທີ່ຕັ້ງ ທັບ ໃນ ບໍລິ ເວັນ ເມື ອງ ລ້າງ ຢາງ. ຜູ້ ມີ ສິດ ເລືອກ ຕັ້ງ ໃນ ບັນດາ ກົມ ກອງ ທະຫານ ມີ ຂໍ້ ສະ ເໜີ ຕ່າງໆ ຕໍ່ ການ ນຳລັດ ວ່າ ຄວນ ເອົາ ໃຈ ໃສ່ ໃນການຈັດ ແບ່ງ ທີ່ ດິນ, ກໍ່ສ້າງ ເຮືອນ ຢູ່ ໃຫ້ ແກ່ ນາຍ ທະຫານ, ທະຫານ ອາຊີບ, ປະກອບ ອາວຸດ, ອຸ ກະ ກອນ ເຕັກນິກ ການ ທະຫານ ໃຫ້ ທັນ ສະ ໄໝ ກ່ວາ, ກໍ່ສ້າງ ກຳລັງ ກອງທັບ ໃຫ້ ນັບ ມື ນັບ ໝັ້ນຄົງເຂັ້ມ ແຂງ, ສ້າງ ສະໜາມ ຝຶກ ຊ້ອມ ບັນລຸ ໄດ້ ມາດຕະຖານ ເພື່ອຮັບ ໃຊ້ ໃຫ້ ແກ່ ການ ຝຶກ ແອບ ກຽມ ພ້ອມສູ້ ຮົບ. ທ່ານ ຮອງ ນາຍົກລັດຖະມົນຕີ ຫງວຽນທຽນ ຢືນ ໄດ້ຣັບຮູ້, ຕອບ ບັນດາ ຄຳສະ ເໜີ ແລະ ແຈ້ງກ່ຽວກັບ ແນວທາງ ພົວພັນ ກັບ ຕ່າງ ປະ ເທດ ຂອງ ພັກ, ລັດ ກ່ຽວ ກັບ ບັນ ຫາ ປົກ ປັກ ຮັກສາອະທິປະ ໄຕປະ ເທດ ຊາດ ແລະ ຜົນ ປະ ໂຫຍ ດຂອງ ຊາດ ໃຫ້ ຜູ້ ມີ ສິດ ເລືອກ ຕັ້ງ ໄດ້ ຮັບ ຊາບ.

         ແລະໃນ ວັນ ທີ 28/11, ທ່ານ ຮອງ ປະທານ ສະພາ ແຫ່ງ ຊາດ ຫວຽດນາມ ຮູ່ນງອກ ເຊີນ ແລະ ຄະນະ ສສຊ ນະຄອນ ດາ ຫນັງ ໄດ້ ມີ ການ ພົບ ປະ ກັບ ຜູ້ ມີ ສິດ ເລືອກ ຕັ້ງ ບັນດາ ເມືອງ ຫາຍ ເຈົາ, ເຊີນ ຈາ, ແທນ ເຄ ເພື່ອ ແຈ້ງ ໝາກຜົນ ຂອງ ກອງ ປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13. ຜູ້ ມີ ສິດ ເລືອກ ຕັ້ງ ແລະ ປະຊາຊົນ ນະຄອນ ດາ ຫນັງ ຕີ ລາຄາ ສູງ ບັນດາ ການ ປ່ຽນ ໃຫມ່ ຂອງ ສະ ໄຫມ ປະຊຸ ມຜ່ານ ມາ, ເຫັນ ດີ ເຫັນ ພ້ອມ ກັບ ບັນດາ ຄຳ ຊັກ ຖາມ ແລະ ຕອບ ຄຳ ຊັກ ຖາມ ຂອງ ບັນດາ ທ່ານ ສະມາຊິກ ໃນ ລັດຖະບານ. ຜູ້ ມີ ສິດ ເລືອກ ຕັ້ງ ນະຄອນ ດາ ຫນັງ ສະ ເຫ ນີຕໍ່ ສະພາ ແຫ່ງ ຊາດ ບັນຫາ ຈຳນວນ ຫນຶ່ງ ທີ່ ກ່ຽວຂ້ອງ ເຖິງ ການບັນ ເທົາ ອຸປະຕິ ເຫດ ທາງ ຄົມ ທະນາ ຄົມ, ນະ ໂຍບາຍ ທີ່ ມີ ຕໍ່ ຜູ້ ມີ ຄຸນ ງາມ ຄວາມ ດີ ຕໍ່ ການ ປະຕິວັດ, ປະຕິບັດ ການ ດັດ ປັບ ລາຄາ ນ້ຳມັນ, ຮັກສາ ຕະຫລາດ ເປັນ ປົກກະຕິ ແລະ ນະ ໂຍບາຍ ເງິນ ເດືອນ ທີ່ ມີ ຕໍ່ ຄົນ ງານ./.

ຂ່າວ/ບົດ​ອື່ນ