ປຸກລະດົມລາຍການ “ຂະແໜງສາທາລະນະ ສຸກພ້ອມກັບຊາວປະມົງ ຕິດພັນກັບທະເລ“


ປຸກລະດົມລາຍການ “ຂະແໜງສາທາລະນະ ສຸກພ້ອມກັບຊາວປະມົງ ຕິດພັນກັບທະເລ“ - ảnh 1

ທີ່​ພິທີ​ປຸກລະ​ດົມ

(ພາບ: thanhnien.com.vn)

 (vovworld)- ວັນ​ທີ 31/5, ຢູ່​ເມືອງ​ເກາະ​ຫຼີ​ເຊີນ, ກະຊວງ​ສາທາລະນະ​ສຸກສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງ້າ​ຍ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແພດ​ທະ​ເລ​ໝູ່​ເກາະ ​ໄດ້​ຈັດ​ພິທີປຸກລະດົມ​ລາຍການ “ຂະ​ແໜງ​ສາທາລະນະ​ສຸກ​ພ້ອມ​ກັບ​ຊາວ​ປະມົງ​ຕິດ​ພັນ​ກັບ​ທະ​ເລ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຫວຽນ​ທິກີ​ມຕຽນ​ ລັດຖະມົນຕີກະຊວງ​ສາທາລະນະ​ສຸກ ​ເນັ້ນໜັກ​ວ່າ:

   “​ໃນ​ຂະນະ​ທີ່​ຊາວ​ປະມົງ​ໄດ້​ກ້າຫານ​ອອກ​ໄປ​ໄກ​ຝັ່ງ​ເພື່ອ​ຫາ​ປາ​ ປົກ​ປັກ​ຮັກສາອະທິປະ​ໄຕ​ນັ້ນ, ຂະ​ແໜງ​ສາທາລະນະ​ສຸກ​ຮຽກຮ້ອງ​ໃຫ້​ທົ່ວ​ຂະ​ແໜງ​ຈົ່ງ​ຮ່ວມ​ເດີນທາງ​ກັບ​ຊາວ​ປະມົງ ​ແລະ ໜູນ​ຊ່ວຍ​ຢຸກຢາ​ປົວ​ພະຍາດ, ຝຶກ​ອົບຮົມ ​ແລະ ລະດົມ​ກຳລັງ​ໃຈ​ຊາວ​ປະມົງ, ພ້ອມ​ທັງ​ປັບປຸງ​ບັນດາ​ສຸກສາລາ, ສູນ​ການ​ແພດ​ມໍ່​ກັບ​ທະ​ເລ​ໝູ່​ເກາະ, ​ເພີ່ມ​ທະວີ​ຈຳນວນ​ຄົນ, ​ເຄື່ອງ​ວັດຖຸ​ອຸປະກອນ ​ແລະ ສະກັດ​ກັ້ນ​ເມື່ອ​ເກີດ​ເຫດ​ບົນ​ທະ​ເລ“./.

ຂ່າວ/ບົດ​ອື່ນ