ປຶ້ມຫວຽດນາມເຂົ້າຮ່ວມງານຕະຫຼາດນັດປຶ້ມສາກົນຢູ່ອິນເດຍ

(VOVWORLD) -ໃນຂອບເຂດງານຕະຫຼາດນັດປຶ້ມສາກົນ Kolkata ຄັ້ງທີ 42 ຊຶ່ງຖືກຂັດຂຶ້ນຢູ່ລັດ Bengal ຕາເວັນຕົກຂອງອິນເດຍ, ຮ້ານວາງສະແດງປຶ້ມຫວຽດນາມໄດ້ດຶງດູດຜູ້ອ່ານນັບພັນເທື່ອຄົນມາຢ້ຽມຊົມ, ຊອກຮູ້ກ່ຽວກັບວັດທະນະທຳ ແລະ ຊາວຫວຽມນາມ
ປຶ້ມຫວຽດນາມເຂົ້າຮ່ວມງານຕະຫຼາດນັດປຶ້ມສາກົນຢູ່ອິນເດຍ - ảnh 1ຮ້ານວາງສະແດງປຶ້ມຫວຽດນາມ  

ເຂົ້າຮ່ວມງານຕະຫຼາດນັດປຶ້ມສາກົນປີນີ້, ຮ້ານວາງສະແດງປຶ້ມຫວຽດນາມ ໄດ້ແນະນຳເຖິງຜູ້ອ່ານ ກວ່າ 300 ສິ່ງພິມເປັນພາສາອັງກິດຂອງບັນດານັກປະພັນຫວຽດນາມກໍຄືອິນເດຍ ພ້ອມກັບສິ່ງພິມຈຳນວນໜຶ່ງຂອງບັນດານັກປະພັນອິນເດຍໂດຍຖືກແປເປັນພາສາຫວຽດນາມ. ນີ້ແມ່ນບັນດາກິດຈະກຳຄົ້ນຄ້ວາ ແລະ ເປັນແຫຼ່ງວັດຖຸເອກະສານ ແນະນຳກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ. ຮ້ານວາງສະແດງປຶ້ມຫວຽດນາມ ຍັງສ້າງຄວາມປະທັບໃຈໃຫ້ແກ້ຜູ້ອ່ານດ້ວຍເຄື່ອງສິລະປະຫັດຖະກຳຫຼາຍຢ່າງ ແລະ ພາບແຕ້ມພັນລະນາທິວທັດເຂດບ້ານນາຫວຽດນາມອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ