ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນນະພິທີ
ພາບ: internet
|
(vovworld) - ພິທີປະກາດ ດັດຊະນີປະຕິຮູບດ້ານບໍລິຫານ ໄດ້ເນີນໄປໃນຕອນເຊົ້າວັນທີ 17/12 ຢູ່ ຮ່າໂນ້ຍ. ນີ້ແມ່ນບັນດາມາດຖານໄດ້ຮັບການສ້າງຂຶ້ນເພື່ອຊ່ວຍລັດຖະບານຕິດຕາມ, ຕີລາຄາ, ຈັດອັນດັບບັນດາກະຊວງ, ແຂວງຕ່າງໆໃນການປະຕິບັດວຽກງານປະຕິຮູບດ້ານບໍລິຫານປະຈຳປີ. ລະອຽດຄື: ສຳລັບຂັ້ນກະຊວງ, ໝາກຜົນແຫ່ງການປະຕິຮູບດ້ານບໍລິຫານປະຈຳປີລະຫວ່າງບັນດາກະຊວງ, ແຂວງຕ່າງໆໄດ້ຮັບການຕີລາຄາຜ່ານ 7 ຂົງເຂດ, ໃນນັ້ນ ມີວຽກງານຊີ້ນຳ, ບໍລິຫານການປະຕິຮູບດ້ານບໍລິຫານ, ສ້າງ ແລະ ຈັດຕັ້ງການປະຕິບັດກົດໝາຍຂຶ້ນກັບຂອບເຂດບໍລິຫານລັດຂອງກະຊວງ. ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ:
“ຖ້າຫາກກົງຈັກຂອງພວກເຮົາຍັງບໍ່ທັນຮັບຮູ້ໄດ້ຄວາມໝາຍ, ຄວາມສຳຄັນຂອງວຽກງານປະຕິຮູບດ້ານບໍລິຫານສຳລັບວຽກງານພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ບໍ່ທັນກຳນົດຢ່າງຈະແຈ້ງບັນດາວຽກງານປະຕິຮູບດ້ານບໍລິຫານຢ່າງລະອຽດຈຳເປັນໃຫ້ບຸລິມະສິດແກ້ໄຂ ການປະຕິຮູບດ້ານບໍລິຫານຍັງຄົງແມ່ນຮູບການ, ບໍ່ແທດຈິງ. ສະນັ້ນ ຮຽກຮ້ອງໃຫ້ກະຊວງພາຍໃນ ແລະ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຄວນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງວ່າ ຄຽງຄູ່ກັບດັດຊະນີຕີລາຄາໝາກຜົນການປະຕິຮູບໄດ້ຮັບການປະກາດນັ້ນ, ພວກເຮົາຕ້ອງເອົາໃຈໃສ່ເຖິງເນື້ອໃນປະຕິຮູບດ້ານບໍລິຫານໃນແຕ່ລະໄລຍະ.”