ປະກາດບົດລາຍງານສະພາບຢາເສບຕິດໂລກ2013

(vovworld)-​​ ວັນ​ທີ 26/6 ຢູ່​ຮ່າ​ໂນ້ຍ, ບັນດາ​ອົງການ ສປຊ ປະຈຳ​ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ສະພາບ​ຢາ​ເສບ​ຕິດ​ໂລກ​ປີ 2013 ​ໃນ​ນັ້ນ​ໄດ້​ເນັ້ນ​ຫນັກ​ເຖິງ​ການ​ເພີ່ີມຂຶ້ນ​ຂອງ​ສານ​ເສບ​ຕິດ​​ໃຫມ່. ບົດ​ລາຍ​ງານ​ດັ່ງກ່າວ​​ໃຫ້​ເຫັນ​ວ່າ: ການ​ນຳ​ໃຊ້​ຢາ​ເສບ​ຕິດ​ບໍ່​ມີ​ການ​ຜັນ​ແປ​ຫລາຍ ​ແຕ່​ພວມ​ປະກົດ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​​ແພດ​ປ້ອງກັນ​ພະຍາດ​ຈາກ​ບັນດາ​ສານ​ເສບ​ຕິດ​ໃຫມ່​ທີ່​ພວມ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຢ່າງ​ວອ່ງ​ໄວ. ຕາມ​ບົດ​ລາຍ​ງານ​ແລ້ວ, ສານ​ເສບ​ຕິດ​​ໃຫມ່​ໄດ້​ເພີ່ມ​ຂຶ້ນ​ກວ່າ 50%, ຈາກ 166 ປະ​ເພດ​​ເມື່ອ​ປີ 2009 ຂຶ້ນ​ເຖິງ 251 ​ເມື່ອ​ກາງ​ປີ 2012.

ຕອບກັບ

ຂ່າວ/ບົດ​ອື່ນ