ປະກາດບົດລາຍງານສະພາບຢາເສບຕິດໂລກ2013

ປະກາດບົດລາຍງານສະພາບຢາເສບຕິດໂລກ2013 - ảnh 1
ການ​ປະ​ຊຸມ​ຂ່າວ​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ
ຢາ​ເສບ​ຕິດ​ໂລກ 2013
ພາບ:internet


(vovworld)-​​ ວັນ​ທີ 26/6 ຢູ່​ຮ່າ​ໂນ້ຍ, ບັນດາ​ອົງການ ສປຊ ປະຈຳ​ຫວຽດນາມ ​ໄດ້​ປະກາດ​ບົດ​ລາຍ​ງານ​ສະພາບ​ຢາ​ເສບ​ຕິດ​ໂລກ​ປີ 2013 ​ໃນ​ນັ້ນ​ໄດ້​ເນັ້ນ​ຫນັກ​ເຖິງ​ການ​ເພີ່ີມຂຶ້ນ​ຂອງ​ສານ​ເສບ​ຕິດ​​ໃຫມ່. ບົດ​ລາຍ​ງານ​ດັ່ງກ່າວ​​ໃຫ້​ເຫັນ​ວ່າ: ​ໄພ​ຢາ​ເສບ​ຕິດ​​ບໍ່​ທັນ​ຫລຸດ​ລົງເທື່ອ ​ ​ແຕ່​ສານ​ເສບ​ຕິດ​ໃຫມ່ພວມ​ປະກົດອອກ ແລະ ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຢ່າງ​ວອ່ງ​ໄວໄດ້​ກໍ່​ຄວ​າມ​ຫ​ຍຸ້ງ​ຍາກ​ຫລາຍ​ຢ່າງ​ຕໍ່​ຂະ​ແຫນງ​ການ​​ແພດ​ໃນ​ການ​ປ້ອງກັນ​ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ . ຕາມ​ບົດ​ລາຍ​ງານ​ແລ້ວ, ສານ​ເສບ​ຕິດ​​ໃຫມ່​ໄດ້​ເພີ່ມ​ຂຶ້ນ​ກວ່າ 50%, ຈາກ 166 ປະ​ເພດ​​ເມື່ອ​ປີ 2009 ຂຶ້ນ​ເຖິງ 251 ​ເມື່ອ​ກາງ​ປີ 2012.

 

ຂ່າວ/ບົດ​ອື່ນ