(vovworld) - ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ພວມຕ້ອນຮັບບຸນເຕັດໃນທາມກາງບັນຍາກາດອົບອຸ່ນ ແລະ ເຕັດໄປດ້ວຍຄວາມເອກອ້າງທະນົງໃຈຂອງຊາດ. ເຖິງວ່າບໍ່ໄດ້ພັກການໃນໂອກາດບຸນເຕັດ ຫວຽດນາມ ແຕ່ຊາວ ຫວຽດນາມ ສ່ວນຫຼາຍທີ່ອາໄສຢູ່ ອົດສະຕາລີ ຍັງຄົງຊັບຊ້ອນເວລາ ເພື່ອປຸງແຕ່ງ ອາຫານເພື່ອທຸກໆຄົນໃນຄອບຄົວມີໂອກາດເຕົ້າໂຮມກັນ. ບັນດາຮ້ານອາຫານ ຫວຽດນາມ ຢູ່ນີ້ກໍ່ພັກມື້ໜຶ່ງ ເພື່ອຕ້ອນຮັບບຸນເຕັດ. ໃນຂະນະນັ້ນ, ສະຖານທູດ ຫວຽດນາມ ຢູ່ Venezuela ຫາກໍ່ຈັດຕັ້ງການພົບປະສັງສັນກັບ ຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນັ້ນ ພ້ອມກັບຄະນະທຸຕະນຸທູດ ແລະ ເຈົ້າໜ້າທີ່ຂອງ Venezuela ອີກຈຳນວນໜຶ່ງ.