ພາບປະກອບ
(vovworld) – ທີ່ເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ (VBF) 2014, ວັນທີ 2/12, ຜູ້ຕາງໜ້າປະຊາຄົມວິສາຫະກິດທັງພາຍໃນ ແລະ ຕ່າງປະເທດລ້ວນແຕ່ສະແດງຄວາມເຊື່ອໝັ້ນຕໍ່ການກະທຳອັນຕັ້ງໜ້າຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ກໍ່ຄືສະໜັບສະໜູນ ຫວຽດນາມ ໃນວິວັດທະນາການຜ່ານຜ່າການທ້າທາຍຂອງສັນຍາການຄ້າໃໝ່.
ທ່ານ Gaurav Gupta, ປະທານສະຫະສະມາຄົມການຄ້າ ອາເມລິກາ (Amcham), ຖືວ່າ: ບັນດາວິສາຫະກິດ ຫວຽດນາມ ຈະເພີ່ມທະວີຄວາມມານະພະຍາຍາມເພື່ອສ້າງສະພາບແວດລ້ອມດຳເນີນທຸລະກິດແກ່ງແຍ້ງກ່ວາ, ດ້ວຍເລື່ອງຫລຸດຜ່ອນລະບຽບການບໍລິຫານ. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຕີລາຄາວ່າ:
“ບໍ່ມີຍາມໃດທີ່ລັດຖະບານເນັ້ນໜັກ ແລະ ຖືບົດບາດຂອງພາກເອກະຊົນເປັນສຳຄັນຄືໃນປະຈຸບັນ. ພ້ອມກັບເລື່ອງປະຕິບັດສຳເລັດລະບອບເສດຖະກິດການຕະຫຼາດແມ່ນເພີ່ມທະວີການພັດທະນາພາກເອກະຊົນ, ພິເສດແມ່ນສົ່ງເສີມການພັດທະນາເສດຖະກິດເອກະຊົນພວມກາຍເປັນການກຳນົດທິດສຳຄັນຂອງການອອກແບບ ແລະ ປະຕິບັດນະໂຍບາຍ. ໃນໄລຍະຜ່ານມາ, ສິ່ງກີດຂວາງກ່ຽວກັບລະບຽບການບໍລິຫານສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນໃຫຍ່ຫຼວງ ແລະ ດ້ວຍຄວາມມານະພະຍາຍາມຂອງລັດຖະບານໃນການຍູ້ແຮງການປະຕິຮູບລະບຽບການບໍລິຫານຕາມທິດຫັນເປັນງາຍດາຍ, ສະດວກແມ່ນວິທີເດັດຂາດຄືແນວນັ້ນຂ້າພະເຈົ້າຄິດວ່າແມ່ນບາດກ້າວແກ້ໄຂສຳຄັນກ່ຽວກັບບັນດາຮົ້ວກີດຂວາງ, ຈາກນັ້ນພາກເອກະຊົນຈະມີເງື່ອນໄຂເພື່ອພັດທະນາ”