ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ
ໄປສະຖານທູດຫວຽດນາມ ປະຈຳ ລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອອວຍພອນ
(ພາບ: ໝີບີງ)
(vovworld)- ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 71 ປີ (2/9/1945-2/9/2016), ຕອນເຊົ້າ ວັນທີ 30/8, ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ນຳໜ້າ, ໄດ້ໄປສະຖານທູດຫວຽດນາມ ປະຈຳ ລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອອວຍພອນ. ທ່ານ ນາງ ສູນທອນ ໄຊຍະຈັກ ຕາງໜ້າພັກ ແລະ ປະຊາຊົນລາວ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຢືນຢັນວ່າ: ບັນດາໄຊຊະນະ ແລະ ຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ ໃນ 71 ປີ ຜ່ານມາ ແມ່ນໃຫຍ່ຫຼວງທີ່ສຸດ. ທ່ານ ນາງ ສູນທອນ ໄຊຍະຈັກ ເນັ້ນໜັກວ່າ: ປະຊາຊົນລາວ ເອກອ້າງທະນົງໃຈທີ່ສຸດ ຕໍ່ບັນດາໄຊຊະນະ ແລະ ຜົນງານ ຂອງຫວຽດນາມ, ຖືນີ້ເປັນຜົນງານ ແລະ ບັນດາໄຊຊະນະຂອງຕົນ, ເປັນແຫຼ່ງລະດົມກຳລັງໃຈ, ສົ່ງເສີມ ເພື່ອຊ່ວຍລາວພັດທະນາ. ຫົວໜ້າຄະນະພົວພັນຕ່າງປະເທດລາວ ກໍ່ໄດ້ສະແດງຄວາມພາກພູມໃຈ ຕໍ່ການພັດທະນາຢ່າງກວ້າງຂວາງເລິກເຊິ່ງ ຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສ່ອງໃສ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍກວ່າອີກ.
ຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນຫ້ອງການສູນກາງພັກປະຊາຊົນປະຕິວັດລາວ ໂດຍ ທ່ານ ຄຳກົດ ວັນຄຳ, ຮອງຫົວໜ້າຫ້ອງການ, ນຳໜ້າ, ກໍ່ໄດ້ມາສະຖານທູດຫວຽດນາມ ປະຈຳ ລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອອວຍພອນ ວັນຊາດຫວຽດນາມ ຄົບຮອບ 71 ປີ.