ປະຕິກິລິຍາຂອງຫວຽດນາມກ່ຽວກັບເລື່ອງກຳປັ່ນໄທຂັບໄລ່,ບຸກໂຈມຕີກຳປັ່ນຫາປາຫວຽດນາມ

ປະຕິກິລິຍາຂອງຫວຽດນາມກ່ຽວກັບເລື່ອງກຳປັ່ນໄທຂັບໄລ່,ບຸກໂຈມຕີກຳປັ່ນຫາປາຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 17/09, ​ເມື່ອ​ຕອບ​ຄຳ​ຖາມ​ຂອງນັກ​ຂ່າວ​​ກ່ຽວ​ກັບປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່ເລື່ອງ​ວັນ​ທີ 11/09, ກຳ​ປັ່ນ​ໄທ ​ໄດ້​ຂັບ​​ໄລ​່ກຳ​ປັ່ນ​​ຫາປາບາງ​ລຳ​ຂອງ​ຫວຽດນາມ ​ແລະ ນຳ​ໃຊ້​ອາວຸດ​ເພື່ອ​ບຸກ​ໂຈມ​ຕີ ​ເຮັດ​​ໃຫ້​ຊາວ​ປະມົງ​ຫວຽດນາມ 1 ຄົນ​ເສຍ​ຊີວິດ ​ແລະ 2 ຄົນ​ຖືກ​ບາດ​ເຈັບ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ:

        ພາຍຫຼັງ​ເກີດ​ເຫດ, ກະຊວງ​ການ​ຕ່າງປະ​ເທ​​ດຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ພາຍ​ໃນ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບ​ຮູ້ບັນດາ​ຂໍ້​ມູນ​ທີ່​ກ່ຽວຂ້ອງ. ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮຽກຮ້ອງ​​ໃຫ້​ສະຖານ​ທູ​ດຫວຽດນາມ ປະຈຳ​ໄທ ​ເຮັດ​ວຽກ​ກັບ​ຝ່າ​ຍ​ໄທ ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ຊອກ​ຮູ້​​ແຈ້ງ​ເຫດການນີ້.

        ​ໃນ​ບໍ່​ວ່າ​ກໍລະ​ນີ້​ໃດ, ຫວຽ​ດນາມ ກໍ​ກ່າວປະນາມ​ຢ່າງ​ຮຸນ​ແຮງ​ບັນດາ​ການ​ກະທຳ​ທີ່​​ໄຮ້ມະນຸດສະທຳ, ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ​ສຳລັບ​ບັນດາ​ຊາວ​ປະມົງ​ຫວຽດນາມ. ຫວຽດນາມ ຮຽກຮ້ອງ​​ຝ່າຍ​ໄທ​ ດຳ​ເນີນ​ການ​ສືບສວນ​​ເຫດການ​ຢ່າງ​ຮີບ​ດ່ວນ, ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ ​ແລະ ລົງ​ໂທດ​ບັນດາ​ສ່ວນ​ບຸກຄົນ​ທີ່​ກ່ຽວ​ຂ້ອງ, ຊົດ​ເຊີຍບັນດາ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຂອງ​ຊາວ​ປະມົງ​ຫວຽດນາມ, ບໍ່​ປະ​ໃຫ້​ເກີດ​ບັນດາ​ເຫດການ​ທີ່​ຄ້າຍຄື​ກັນ, ຫຼີກ​ລ້ຽງ​ບໍ່​ໃຫ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ລະຫວ່າງ​ຫວຽດນາມ - ​ໄທ.

        ສ່ວນ​ຝ່າຍ​ຫວຽດນາມ, ບັນດາ​ອົງການ​ກ່ຽວຂ້ອງຂອງ​ຫວຽດນາມ ​ໄດ້, ພວມ ​ແລະ ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​​​ເພື່ອເພີ່ມ​ທະວີ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​​ໃນ​ນ້ຳຂອງ​ຊາວ​ປະມົງ​ຫວຽດນາມ, ຮັບປະກັນ​​ເຄົາລົບ​​ເຂດ​ທະ​ເລ​ຂອງ​ບັນດາ​ປະ​ເທດ​ກ່ຽວ​ຂ້ອງ.

ຂ່າວ/ບົດ​ອື່ນ