ປະຕິບັດທົດລອງ ການນຳຄົນງານ ຫວຽດນາມ ໄປເຮັດວຽກຄືນໃໝ່ຢູ່ ລີບີ

ປະຕິບັດທົດລອງ ການນຳຄົນງານ ຫວຽດນາມ ໄປເຮັດວຽກຄືນໃໝ່ຢູ່ ລີບີ - ảnh 1

ຄົນ​ງານ​ ຫວຽດນາມ​​​ ເຮັດ​ວຽກ​ຢູ່​ ລີ​ບີ

(ພາບ: laodong.com)

 vovworld ) – ​​ໂດຍ​ອີງຕາມ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູ໋ງ ຫາ​ກໍ​ຕົກລົງ​ເລື່ອງປະຕິບັດທົດ​ລອງກນນຳ​ຄົນ​ງານ​ ຫວຽດນາມ ຈຳນວນ​ໜື່ງໄປ​ເຮັດ​ວຽກ​ຄືນໃໝ່ຢູ່​ລີ​ບີ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ ຫວຽດນາມ ຊີ້​ນຳ​ເລືອກ​ເຟັ້ນຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພື່ອ​​ເຊັນ​ສັນຍາ​ອອກ​ແຮງ​ງານ​ຢ່າງລະອຽດ ຊື່​ງລວມມີ​ບັນດາ​ກໍລະນີ​​ເກີດ​ຄວາມ​ສ່ຽງ; ພ້ອມ​ທັງ​ອີງ​ຕາມ​ສະພາບ​ການ​ລະອຽດ, ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ ຫວຽດນາມ ຈະ​ແລກປ່ຽນ, ​ເອກະ​ພາບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ບັນດາ​ອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ທ່ານ​ນາຍົກລັດຖະມົນຕີພິດຈະ​ລະນາ, ​ເປີດ​ກ້ວາງ​ເລື່ອງ​ນຳ​ຄົນ​ງານ​ ຫວຽດນາມ​ ກັບ​ຄືນ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດນີ້.


ຂ່າວ/ບົດ​ອື່ນ