ປະຕິບັດວຽກງານສົ່ງເສີມສຸຂະພາບ,ປົກປ້ອງຜູ້ອາຍຸສູງໃຫ້ດີກ່ວາອີກ

ປະຕິບັດວຽກງານສົ່ງເສີມສຸຂະພາບ,ປົກປ້ອງຜູ້ອາຍຸສູງໃຫ້ດີກ່ວາອີກ - ảnh 1
ກອງປະຊຸມຈັດຕັ້ງໃນຕອນເຊົ້າວັນທີ 15/3
(ພາບ: VGP/Đình Nam)

(vovworld) –  ຕອນ​ເຊົ້າວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ທ່ານ​ ຫວູດຶກ​ດາມ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ອາຍຸ​ສູງ ຫວຽດນາມ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ປີ 2015, ບັນດາ​ແຂວງ, ນະຄອນ ​ໄດ້​ເປັນ​​ເຈົ້າ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຜູ້​ອາຍຸ​ສູງ ​ແລະ ບັນດາ​ນະ​ໂຍບາຍ​ສຳລັບ​ຜູ້​ອາຍຸ​ສູງ, ຜູ້​ອາຍຸ​ສູງທີ່ມີ​ເງື່ອນ​ໄຂ​ຢ່າ​ງພຽງພໍ​ເພື່ອ​​ຮັບ​​​ເງິນອຸດ​ໜູນ 100% ລ້ວນ​ແຕ່​ໄດ້​ຮັບ​ເງິນ​ອຸດ​ໜູນຊ່ວຍ​ຢ່າງ​ຄົບ​ຖ້ວນ ​ແລະ ຖືກ​ຕາມ​ເວລາ​ກຳນົດ. ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ​ຜູ້​ອາຍຸ​ສູງ 2,8 ລ້ານ​ຄົນ​ພວມ​ໄດ້​ຮັບ​​ເງິນ​ເດືອນ, ​ເງິນ​ອຸດ​ໜູນ​ປະກັນ​ໄພ​ສັງຄົມ. ປີ 2015, ກໍ​່​ແມ່ນ​ປີ​ທຳ​ອິດທີ່ ຫວຽດນາມ ຈັດ​ຕັ້ງ​ເດືອນ​ເຄື່ອນ​ໄຫວ​​ເພື່ອ​ຜູ້​ອາຍຸ​ສູງ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ການ​ເຄື່ອນ​ໄຫວ​ແທດ​ຈິງຫຼາຍ​ຢ່າງ, ປະກອບສ່ວນ​ປະຕິບັດ​ນະ​ໂຍບ​າຍຮັບປະກັນ​ຊີວິດ​ສັງຄົມ​ສຳລັບ​ຜູ້​ອາຍຸ​ສູງ. ທີ່​ກອງ​ປະຊຸມ, ທ່ານ ຫວູດຶກ​ດາມ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້ ປະກັນ​ໄພ​ສັງຄົມ ມີ​ລາຍການ​ສົມທົບ​ກັບ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ເພື່ອ​ຍຸ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຊີ້​ນຳນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ​ໄລຍະ 2012 – 2020, ​ແຜນຮ່າງ “ວິວັດທະນາ​ການ​ມຸ່ງ​ໄປ​ເຖິງ​ປະຊາຊົນ​ທຸກ​ຄົນ​ລ້ວນ​ແຕ່​ມີ​ບັດ​ປະກັນ​ສຸຂະພາບ​ໄລຍະ 2012 - 2020”, ​ໃນ​ນັ້ນ​ມີ​ຜູ້​ອາຍຸ​ສູງ.


ຂ່າວ/ບົດ​ອື່ນ