ປະທານກອງທຶນBatschka(ສະຫະພັນເຢຍລະມັນ)ຢ້ຽມຢາມຫວຽດນາມ
ທ່ານ Rudolf Wakther, ປະທານກອງທຶນ Batschka ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
(ພາບ: VGP/Lê Sơn)
(vovworld) – ຕອນບ່າຍວັນທີ 10/2, ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Rudolf Wakther, ປະທານກອງທຶນ Batschka (ສະຫະພັນ ເຢຍລະມັນ) ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງບັນດາການປະກອບສ່ວນຂອງກອງທຶນໃນການເຄື່ອນໄຫວ ກຸສົນ, ກໍ່ສ້າງໂຮງຮຽນ, ໂຮງໝໍຢູ່ບາງປະເທດ ເອີລົບຕາເວັນອອກ, ອາຊີ, ອາບຟຣີກາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າກອງທຶນ Batschka ຈະສືບຕໍ່ ກໍ່ສ້າງຫຼາຍໂຄງການໜູນຊ່ວຍໃຫ້ການສຶກສາຢູ່ ຫວຽດນາມ. ສ່ວນທ່ານ Rudolf Wakther ກໍ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊ່ວຍເຫຼືອກໍ່ສ້າງໂຮງຮຽນ ແລະ ແຜນການເຄື່ອນໄຫວກຸສົນຢູ່ ຫວຽດນາມ.