ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ ຢູ່ປັກກິງ

(VOVWORLD) -ຕາມສຳນັກຂ່າວສານຊິນຮົວ ແລ້ວ, ການນຳສປປ.ເກົາຫຼີ Kim Jong un ຫາກໍ່ມີການຢ້ຽມຢາມບໍ່ເປັນທາງການຢູ່ຈີນ ໃນລະຫວ່າງວັນທີ 25 – 28 ມີນາ, ຕາມຄຳເຊີນຂອງທ່ານປະທານປະເທດຈີນ ສີຈີ້ນຜິງ.

ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ ຢູ່ປັກກິງ - ảnh 1ການນຳສປປ.ເກົາຫຼີ Kim Jong un ຫາກໍ່ມີການຢ້ຽມຢາມບໍ່ເປັນທາງການຢູ່ຈີນ

ຕາມຄຳເຊີນຂອງທ່ານປະທານປະເທດຈີນ ສີຈີ້ນຜິງ 

(ພາບ: Dailymail)

ໃນການເຈລະຈາລະຫວ່າງການນຳ 2 ປະເທດຢູ່ປັກກິງ, ເມື່ອແລກປ່ຽນກັບການນຳສປປ.ເກົາຫຼີ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຢຶດໝັ້ນກັບເປົ້າໝາຍປອດນິວເຄຼຍ ໃນແຫຼມເກົາຫຼີ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ແລະ ແກ້ໄຂບັນດາບັນຫາຜ່ານການເຈລະຈາກໍ່ຄືການທາບທາມຄວາມເຫັນ.

        ສ່ວນການນຳສປປ.ເກົາຫຼີ Kim Jong un ໄດ້ຍົກອອກທັດສະນະສະເໝີຕົ້ນສະເໝີປາຍຂອງສປປ.ເກົາຫຼີ ແມ່ນຢຶດໝັ້ນກັບເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ. ທ່ານເນັ້ນໜັກວ່າ, ບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ອາດຈະໄດ້ຮັບການແກ້ໄຂຖ້າຫາກສ.ເກົາຫຼີ ແລະ ອາເມລິກາ ສະແດງເຈດຕະນາດີກັບບັນດາຄວາມມານະພະຍາຍາມຂອງສປປ.ເກົາຫຼີ, ສ້າງບັນຍາກາດສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງດຳເນີນບັນດາມາດຕະການຢ່າງຄົບຊຸດ ແລະ ກ້າວໜ້າເພື່ອສ້າງພື້ນຖານສັນຕິພາບ. ກໍ່ທີ່ການເຈລະຈາ, ການນຳສປປ.ເກົາຫຼີ ກໍຢືນຢັນຄືນໃໝ່ເລື່ອງພ້ອມແລ້ວທີ່ຈະເຈລະຈາ ແລະ ດຳເນີນກອງປະຊຸມສຸດຍອດກັບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ