(vovworld) – ຕອນເຊົ້າວັນທີ 31/8, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິ໋ຊາງ ໄດ້ມີການພົບປະກັບຜູ້ແທນ 40 ຄົນທີ່ຕາງໜ້າບັນດານັກທຸລະກິດໜຸ່ມທີ່ດີເດັ່ນໃນທົ່ວປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງຂະບວນການນັກທຸລະກິດໜຸ່ມຫວຽດນາມ ແລະ 10 ປີ ແຫ່ງລາງວັນດາວຄຳແດນຫວຽດ. ນັບແຕ່ໄດ້ຮັບການສ້າງຕັ້ງເມື່ອປີ 1993 ມາຮອດປະຈຸບັນ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກວ່າ 2.5 ລ້ານຄົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການປ່ຽນໃໝ່ ແລະ ກ້າວຂຶ້ນຂອງປະເທດຊາດ.
ກ່າວຄວາມເຫັນທີ່ງານພົບປະ, ທ່ານປະທານປະເທດເນັ້ນໜັກວ່າ, ງານພົບປະບໍ່ພຽງແຕ່ແມ່ນລາຍງານໝາກຜົນເທົ່ານັ້ນ, ຫາກເພື່ອຮັບຟັງ, ແລກປ່ຽນບັນດາຄວາມຫຍຸ້ງຍາກ, ບັນດາບົດຮຽນຂອງນັກທຸລະກິດ, ຊອກຫາມາດຕະການແກ້ໄຂ ເພື່ອຊຸກຍູ້ການພັດທະນາຂອງບັນດາວິສາຫະກິດ. ທ່ານປະທານປະເທດຢັ້ງຢືນວ່າ: ພັກ, ລັດ ເອົາໃຈໃສ່ເປັນພິເສດ ແລະ ມີກົນໄກນະໂຍບາຍຊຸກຍູ້ການພັດທະນາຂອງວິສາຫະກິດ ແລະ ພື້ນຖານເສດຖະກິດຂອງປະເທດ. ເຖິງຢ່າງໃດກໍ່ຕາມ, ສະຫະສະມາຄົມຄວນປັບປຸງໃຫ້ດີຂຶ້ນ, ນັກທຸລະກິດດີເດັ່ນຕ້ອງເຂົ້າຮ່ວມຄະນະປະຈຳສະມາຄົມຢ່າງຕັ້ງໜ້າ ເພື່ອພ້ອມກັບປະຊາຄົມນັກທຸລະກິດເປັນເຈົ້າການສ່ອງແສງສິ່ງທີ່ຍັງຄົງຄ້າງ, ຕິດຂັດ ສະເໜີມາດຕະການແກ້ໄຂ ເພື່ອໃຫ້ບັນດາອົງການກ່ຽວຂ້ອງປັບປຸງນະໂຍບາຍໃຫ້ເໝາະສົມ, ສ້າງກຳລັງໜູນໃຫ້ແກ່ການພັດທະນາ.