ປະທານປະເທດວໍ້ວັນເຖືອງລົງພົບປະກັບ ຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ

(VOVWORLD) -ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນ ດ່າຫນັງ, ທ່ານປະທານປະເທດວໍ້ວັນເຖືອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຫາຍເຈົາ, ແທງເຄ, ເຊີນຈ່າແລະ ງູ້ແຫ່ງເຊີນ ເພື່ອລາຍງານໝາກຜົນ. ກອງປະຊຸມສະໄໝສາມັນເທື່ອທີ  5 ສະພາແຫ່ງຊາດ ຊຸດທີ 15.
ປະທານປະເທດວໍ້ວັນເຖືອງລົງພົບປະກັບ ຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ - ảnh 1 ປະທານປະເທດວໍ້ວັນເຖືອງກ່າວຄຳເຫັນທີ່ການ ພົບປະກັບ ຜູ້ມີສິດເລືອກຕັ້ງ

    ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ຊົມເຊີຍ ແລະ ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 15 ທີ່ໄດ້ເຂົ້າຮ່ວມການແກ້ໄຂ ແລະ ຮັບຮອງເອົາຫຼາຍເນື້ອໃນວຽກງານສຳຄັນ. ຜູ້ມີສິດເລືອກຕັ້ງເຊື່ອໝັ້ນ ແລະ ຕີລາຄາສູງບົດບາດນຳພາຂອງພັກ ແລະ ລັດ ໃນການບໍລິຫານການພັດທະນາເສດຖະກິດ - ສັງຄົມ ດ້ວຍບັນດາຜົນງານທີ່ສຳຄັນ; ພ້ອມກັນນັ້ນ, ທ່ານໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນພັກ ແລະ ລັດ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.         ທ່ານປະທານປະເທດວໍ້ວັນເຖືອງ ຢືນຢັນວ່າ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຍາມໃດກໍໄດ້ຮັບການຊີ້ນຳນຳພາຈາກ ພັກ ແລະ ລັດ ດ້ວຍຄວາມຕັດສິນໃຈທາງການເມືອງສູງ, ດ້ວຍທິດນຳ ບໍ່ຢຸດບໍ່ເຊົ່າ. , ບໍ່ມີເຂດຫ້າມ, ບໍ່ມີກໍລະນີພິເສດ.

           ຕອນບ່າຍວັນດຽວກັນນີ້, ກ່ອນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ດ່າໜັງ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວວັດທະນະທຳທີ່ດີເດັ່ນ ຂອງຄູປະຊາຊົນ ຫງວຽນຈ້ອງຮ່ວາງ, ຢູ່ຕາແສງ ບິ່ງທ້ວນ, ເມືອງ ຫາຍເຈົາ, ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ. 

ຕອບກັບ

ຂ່າວ/ບົດ​ອື່ນ