ປະທານປະເທດຫວຽດນາມພົບປະສັງສັນກັບກຳມະກອນຍິງດີເດັ່ນຂະແໜງການນ້ຳມັນອາຍແກັສ
(ທ່ານ ເຈືອງເຕີ໋ນຊາງ ພົບປະສັງສັນກັບຄະນະຜູ້ແທນ
ກຳມະກອນຍິງທີ່ດີເດັ່ນຂະແໜງການນ້ຳມັນອາຍແກັສ)
(vovworld) – ຕອນບ່າຍວັນທີ 7/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ມີການພົບປະສັງສັນກັບຄະນະຜູ້ແທນກຳມະກອນຍິງອອກແຮງງານທີ່ດີເດັ່ນຂະແໜງການນ້ຳມັນອາຍແກັສ, ເນື່ອງໃນໂອກາດມາ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມສະຫລຸບຂະບວນການແຂ່ງຂັນ “ເຮັດຫລ້ອນວຽກບ້ານການເຮືອນ” ໄລຍະ 2010 – 2015 ໂດຍກຳມະບານນ້ຳມັນອາຍແກັສ ຫວຽດນາມ ຈັດຕັ້ງ. ທີ່ການພົບປະສັງສັນ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ພັກ, ລັດ ຍາມໃດກໍມີນະໂຍບາຍສ້າງເງື່ອນໄຂໃຫ້ຂະແໜງນ້ຳມັນອາຍແກັສພັດທະນາ, ພິເສດແມ່ນ ເມື່ອ ຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີຫລາຍກ່ວາກັບບັນດາປະເທດ ແລະ ພາກພື້ນຕ່າງໆ. ຄຽງຂ້າງນັ້ນ, ຂະແໜງນ້ຳມັນອາຍແກັສຕ້ອງປ່ຽນໃໝ່ໂດຍໄວ, ສາມັກຄີ, ເປັນເຈົ້າການເຊື່ອມໂຍງ ເພື່ອກາຍເປັນຂະແໜງເສດຖະກິດທີ່ມີກຳລັງໜູນ ກະທົບເຖິງບັນດາຂະແໜງອາຊີບອື່ນໆ ເພື່ອພັດທະນາປະກອບສ່ວນຢ່າງຕັ້ງໜ້າເຂົ້າພາລະກິດສ້າງສາປະເທດຊາດ.