ປະທານປະເທດເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງ
ແຜນການ,ການລົງທຶນແລະສະຖີຕິ
(ພາບ: baodautu.vn)
|
(vovworld) – ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງແຜນການ, ການລົງທຶນ ແລະ ສະຖິຕິຄັ້ງທີ 3 ໄລຍະ 2015 – 2020 ຖືກຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 17/7, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ກະຊວງແຜນການ ແລະ ການລົງທຶນແມ່ນອົງການເປັນເສນາທິການສັງລວມຂອງພັກ ແລະ ລັດກ່ຽວກັບຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດພ້ອມກັບບັນດາຄວາມດຸ່ນດຽງຂອງພື້ນຖານເສດຖະກິດມະຫາພາກ, ກ່ຽວກັບຂໍ້ກຳນົດພັດທະນາ, ບັນດາອົງການ, ນະໂຍບາຍໃຫຍ່ຂອງພື້ນຖານເສດຖະກິດ ແລະ ບາງຂົງເຂດສຳຄັນລະອຽດ. ດັ່ງນັ້ນ, ຂະແໜງແຜນການ, ການລົງທຶນ ແລະ ສະຖີຕິຕ້ອງເປັນເສນາທິການໃຫ້ພັກ, ລັດມີແຜນນະໂຍບາຍ, ມາດຕະການທີ່ມີປະສິດທິຜົນຢ່າງທັນການ. ທ່ານກ່າວວ່າ:
“ເພື່ອໃຫ້ຂະບວນການແຂ່ງຂັນຮັກຊາດຂອງຂະແໜງແຜນການ, ການລົງທຶນໃນຊຸມປີຈະມາເຖິງມີບົດບາດອັນໃຫຍ່ຫຼວງ, ມີປະສິດທິຜົນກ່ວານັ້ນ ຕ້ອງເລັ່ງໃສການປະຕິບັດໜ້າທີ່ການເມືອງຂອງຂະແໜງເປັນຢ່າງດີ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຍູ້ໄວການສ້າງໂຄງປະກອບຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ພັດທະນາເສດຖະກິດໄວ, ຍືນຍົງໃນສະພາບການເຊື່ອມໂຍງເສດຖະກິດນັບມື້ນັບເລິກເຊິ່ງ, ກ້ວາງຂວາງເຂົ້າພາກພື້ນ ແລະ ໂລກ. ຂະແໜງສະຖີຕິຕ້ອງສ່ອງແສງຢ່າງພາວະວິໄສ, ຖືກຕ້ອງສະພາບການເສດຖະກິດ, ສັງຄົມຂອງປະເທດຊາດ, ຍາມໃດກໍຕ້ອງສອດຄ່ອງກັບທຳນຽມສາກົນເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳ, ນຳພາຢ່າງຖືກຕ້ອງຂອງພັກ, ລັດ”