ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຖະຫວາຍທູບທຽນບູຊາ ອາໄລຫາທ່ານປະທານໂຮ່ຈິມິນ |
(vovworld)- ຕອນເຊົ້າວັນທີ 10/4, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ຖະຫວາຍທູບທຽນບູຊາ ອາໄລຫາທ່ານປະທານໂຮ່ຈິມິນຢູ່ເຂດອະນຸສອນສະຖານໂຮ່ຈິມິນທີ່ເມືອງບາວີ່, ຊານນະຄອນຮ່າໂນ້ຍ. ເມື່ອໂອ້ລົມກັບພະນັກງານ, ກຳມະກອນພາລະກອນ, ນົກຮົບທີ່ພວມປະຕິບັດໜ໊າທີ່ຢູ່ນີ້, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕີລາຄາສູງພະນັກງານ, ນັກຮົບກອງບັນຊາການປົກປັກຮັກສາສຸສານປະທານໂຮ່ຈິມິນ ຊຶ່ງໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການປົກປັກຮັກ ສາ ເຂດອະນຸສອນສະຖານໂຮ່ຈິມິນແຫ່ງນີ້. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ປູກຕົ້ນໄມ້ເປັນທີ່ລະນຶກຢູ່ແຫ່ງນີ້.