ປະທານປະເທດເຈືອງເຕີນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ-ປ່າໄມ້-ການປະມົງຍີ່ປຸ່ນ

ປະທານປະເທດເຈືອງເຕີນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ-ປ່າໄມ້-ການປະມົງຍີ່ປຸ່ນ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ກະສິກຳ-​ປ່າ​ໄມ້-​ການ​ປະມົງ​ຍີ່ປຸ່ນ

(ພາບ: VGP/Mạnh Hùng)

(vovworld) - ຕອນ​ບ່າຍ​ວັນ​ທີ 25/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ Haysashi Yoshimasa, ລັດຖະມົນຕີ​ກະຊວງ​ກະສິກຳ - ປ່າ​ໄມ້ - ການ​ປະມົງ ຍີ່ປຸ່ນ. ​ທີ່​ການ​ຕ້ອນຮັບ​​​, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຂອບ​ອົບ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂ​ອງ ຍີ່ປຸ່ນ ທີ່​ໄດ້ມີ​ການສົມທົບກັນ​ເປັນ​ຢ່າງ​ດີ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂັ້ນ​ສູງ​ພາຍຫຼັງ​ການ​ຢ້ຽມຢາມ ຍີ່ປຸ່ນ ຂອງ​ທ່ານ​ປະທານ​ປ​ະ​ເທດ, ​ເຊິ່ງສະ​ແດງ​​ໃຫ້​ເຫັນ​ຜ່ານ​ການ​ໜູນ​ຊ່ວຍ​ບັນດາ​ຊາວ​ປະມົງ​ພາກ​ກາງ ຫວຽດນາມ ປຸງ​​ແຕ່ງ​ປາທູ​ນາ, ໜູນ​ຊ່ວຍ​ນັກ​ວິສາວະກອນຫວຽດນາມ ​ໄປ ຍີ່ປຸ່ນ ບຳລຸງ​ສ້າງ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ທ່ານ ລັດຖະມົນຕີ Haysashi Yoshimasa ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ຜ່ານ​ການ​ຂົນຂວາຍ​ບັນດາ​ໂຄງການ FDI ຂອງ ຍີ່ປຸ່ນ ທີ່ລົງທຶນ​ເຂົ້າ ຫວຽດນາມ, ຊ່ວຍ ຫວຽດນາມ ພັດທະນາ​​ເຕັກ​ໂນ​ໂລ​ຢີປຸງ​​ແຕ່ງ, ບໍລິການ​ກະສິກຳ, ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ປະຊາຊົນ 2 ປະ​ເທດ.

    ທ່ານລັດຖະມົນຕີ Haysashi Yoshimasa ຢືນ​ຢັນຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານກະສິກຳ​ລະຫວ່າງ ຍີ່ປຸ່ນ ​ແລະ ຫວຽດນາມ ທີ່ທັງ 2 ຝ່າຍ​ເຫັນ​ດີ​ເປັນ​​ເອກະສັນ​ໃນ​ການ​ຢ້ຽມຢາມ ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເມື່ອ​ເດືອນ 3 ຜ່ານ​ມາ​​ໃຫ້ປະກົດ​ຜົນ​ເປັນ​ຈິງ.

    ກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕທະ​ເລ​ຂອງ ຫວຽດນາມ, ທ່ານ​ລັ​ດຖະມົນຕີ​ຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ທີ່​ຢືດໝັ້ນ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກດ້ວຍ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

 




ຂ່າວ/ບົດ​ອື່ນ