ປະທານປະເທດເຈືອງເຕີນຊາງຕ້ອນຮັບອະດີດຜູ້ຮັກສາການປະທານພັກປະຊາທິປະໄຕຍີ່ປຸ່ນ

ປະທານປະເທດເຈືອງເຕີນຊາງຕ້ອນຮັບອະດີດຜູ້ຮັກສາການປະທານພັກປະຊາທິປະໄຕຍີ່ປຸ່ນ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນຮັບ​ອະດີດຜູ້​ຮັກສາ​ການ​ປະທານ​ພັກ​ປະຊາທິປະ​ໄຕ​ຍີ່ປຸ່ນ

(ພາບ: Nguyễn Khang/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 5/8, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນຮັບອະດີດ​ຜູ້​ຮັກສາ​ການ​ປະທານ​ພັກ​ປະຊາທິປະ​ໄຕ ​ຍີ່ປຸ່ນ Sengoku Yoshito, ​ເມື່ອ​ແລກປ່ຽນ​ກັບ​ທ່ານ Sengoku Yoshito, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະນາ​ຢາກ ຍີ່ປຸ່ນ ສືບ​ຕໍ່​ເປີດ​ກ້ວາງ​ບັນດາ​ໂຄງການ​ກະສິກຳ​ຢູ່​ບັນດາ​ທ້ອງ​ຖີນຂອງ ຫວຽດນາມ ຕາມ​ຮູບ​ແບບ​ການ​ຜະລິດ​ກະສິກຳ​ພົ້ນ​ເດັ່ນ​ຂອງ​ແຂວງ Ibraki. ທ່ານ​ປະທານ​ປະ​ເທດ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຫວຽດນາມ ຈະ​ກວດກາ​ຄືນ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ສ້າງ​ສະພາບ​ແວດລ້ອມ​​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

    ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານອະດີດ​ຜູ້​ຮັກສາ​ການ​ປະທານ​ພັກ​ປະຊາທິປະ​ໄຕ Sengoku Yoshito ​ເຫັນດີ​ເປັນ​ເອກະສັນ​ນຳກັນວ່າເພື່ອ​ມີ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຕອບ​ສະໜອງ​ການ​ພັດທະນາ​ຂອງ​ປະ​ເທດ, ຫວຽດນາມ ຄວນ​ຍູ້​ແຮງ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ: ​ເລື່ອງ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ ຢູ່ ຮ່າ​ໂນ້ຍ ​ແລະ ການ​ຮ່ວມ​ມື​ຢ່າງແໜ້ນ​​ແຟ້ນລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກສາ​ຈະ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ ປະຊາຊົນ 2 ປະ​ເທດ​ເພື່ອ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ແລ​ະ ພາ​ກພື້ນ.

 



ຂ່າວ/ບົດ​ອື່ນ