ປະທານປະເທດເຈືອງເຕີນຊາງພົບປະກັບບັນດານັກສຶກສາດີເດັ່ນໄດ້ຮັບລາງວັນດາວເດືອນຈຽງ
ປະທານປະເທດເຈືອງເຕີນຊາງພົບປະກັບບັນດານັກສຶກສາດີເດັ່ນໄດ້ຮັບ
ລາງວັນດາວເດືອນຈຽງ
(ພາບ: Nguyễn Khang – TTXVN)
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊຶ້ື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2015), ຕອນບ່າຍວັນທີ 7/1, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພົບປະສັງສັນກັບຜູ້ແທນ 102 ຄົນເຊິ່ງແມ່ນນັກສຶກສາດີເດັ່ນທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຂັ້ນສູງກາງ ແລະ ລາງວັນ “ດາວເດືອນຈຽງ” ປີ 2014. ເມື່ອແລກປ່ຽນກ່ຽວກັບບັນດານັກສຶກສາດີເດັ່ນ, ທ່ານປະທານປະເທດ ເນັ້ນໜັກວ່າ: ນັກສຶກສາແມ່ນພາກສ່ວນດີເດັ່ນໃນໝູ່ຊາວໜຸ່ມ, ໃນຕະຫລອດໄລຍະປະຫວັດສາດອັນຍາວນານ, ຍາມໃດຊາວໜຸ່ມກໍ່ແມ່ນເສົາຄ້ຳຫຼັັກແຫຼ່ງຂອງປະເທດຊາດ, ພິເສດແມ່ນໃນລະບອບ ໂຮ່ຈີມິນ, ນັກສຶກສາ, ຊາວໜຸ່ມ ຫວຽດນາມ ໄດ້ມີການອຸທິດສ່ວນດີເດັ່ນໃນພາລະກິດປົດປ່ອຍຊາດ. ປະຈຸບັນ, ບັນດາຂະບວນການແຂ່ງຂັນ “ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມເພື່ອກໍ່ຮ່າງສ້າງຕົວໃນອະນາຄົດ”, “ແຂ່ງຂັນກັນຮຽນດີ, ຝຶກຝົນຫຼໍ່ຫຼອມເດັ່ນ”, “ນັກສຶກສາ 5 ດີ”… ໄດ້ຮັບການເຂົ້າຮ່ວມຫຼວງຫຼາຍຂອງຈາກນັກສຶກສານີ້ແມ່ນການສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງລຸ້ນກ່ອນ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງຄວາມມານະພະຍາຍາມບື່ນຕົວຂຶ້ນຂອງບັນດານັກສຶກສາດີເດັ່ນ, ທ່ານປະທານປະເທດ ຖືວ່າ: ເລື່ອງຈັດຕັ້ງການຍ້ອງຍໍຊົມເຊີຍບັນດາ “ນັກສຶກສາ 5 ດີ” ກົງກັບໂອກາດສະເຫຼີມສະຫຼອງວັນມູນເຊື້ອນັກສຶກສາແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດ, ທັງເພີ່ມມູນເຊື້ອອັນສະຫງ່າລາສີຂອງນັກສຶກສາຕື່ມອີກ, ທັງແມ່ນກຳລັງໜູນສົ່ງເສີມຂະບວນການແຂ່ງຂັນກັນໃນໝູ່ນັກສຶກສາທົ່ວປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ບັນດານັກສຶກສາດີເດັ່ນທີ່ໄດ້ຮັບການຍ້ອງຍໍຊົມເຊີຍແມ່ນຜູ້ເກັ່ງກ້າສາມາດຂອງປະເທດຊາດຄວນສືບຕໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນປະກອບກຳລັງແຮງຂອງຕົນໃຫ້ແກ່ພາລະກິດສ້າງສາປະເທດຊາດເພື່ອທຽບທັນກັບ 5 ທະວີບຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ.