ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກກັບສະມາຄົມຊາວກະສີກອນຫວຽດນາມ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກກັບສະມາຄົມຊາວກະສີກອນຫວຽດນາມ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ
ຜູ້ແທນສະມາຄົມຊາວກະສີກອນ)

(vovworld) ​ ຕອນ​ບ່າຍ​ວັນ​ທີ 01/12 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ຊາວ​ກະ​ສີກ​ອນ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດຂໍ້​ສະຫລຸບ 61 ຂອງ​ຄະນະ​ເລ​ຂາ​ສູນ​ກາງ​ພັກ​ກ່ຽວ​ກັບການ​ສະຫຼຸບ 5​ ປີ​ແຫ່ງ​ການປະຕິບັດ​ແຜນ​ຮ່າງ “ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ສະມາຄົມ​ຊາວ​ກະ​ສີກ​ອນ ຫວຽດນາມ ​ໃນ​ການ​ພັດທະນາ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ສ້າງ​ຊົນ​ຊັ້ນ​ຊາວ​ກະ​ສີກ​ອນ ຫວຽດນາມ ​ໄລຍະ 2010 - 2020”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: ສະມາຄົມ​ຊາວ​ກະ​ສີກ​ອນ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ສອນ​ວິຊາຊີບ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃຫ້​ໄດ້ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ​ຂອງ​ຊາວ​ກະ​ສີກ​ອນ​ເວົ້າ​ສະ​ເພາະ ​ແລະ ຜູ້​ອອກ​ແຮງ​ງານ ຫວຽດນາມ ​ເວົ້າ​ລວມ. ທ່ານ​ປະທານ​ປະ​ເທດ ຊົມ​ເຊີຍສະມາຄົມ​ຊາວ​ກະ​ສີກ​ອນຕັ້ງໜ້າ​ຂົນຂວາຍ ​ແລະ ຜັນ​ຂະຫຍາຍ​ກອງ​ທຶນ​ສະ​ມາ​ຄົມ​ຊາວ​ກະ​ສີກ​ອນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊ່ວຍ​ຊາວ​ກະ​ສີກ​ອນມີ​ເງື່ອນ​ໄຂ​ພັດທະນາ​ການ​ຜະລິດ, ພ້ອມ​ກັນ​ນັ້ນ ​ແມ່ນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດຈາກສະມາຄົມ​ຊາວ​ກະ​ສີກ​ອນ, ​ໃນ​ນັ້ນ ການ​ສ້າງ​ແຜນ​ຮ່າງ​ກຳນົດ​ຊາວ​ກະ​ສີກ​ອນ​ເປັນ​ເຈົ້າ​ຂອງ​ການ​ພັດທະນາ ​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ ​ແລະ ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ.

ຂ່າວ/ບົດ​ອື່ນ