ທ່ານປະທານປະເທດ ເຈືອງເຕິນຊາງ ຢ້ຽມຢາມຮູບແບບປູກຕົ້ນມັງກອນ
(ພາບ: Nguyễn Khang – TTXVN)
|
(vovworld) – ໃນລະຫວ່າງວັນທີ 16-17/3, ທ່ານປະທານປະເທດ ເຈືອງເຕິນຊາງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບີ່ງທ້ວນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນບໍລິເວນ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ບີ່ງທ້ວນ, ທ່ານປະທານປະເທດ ເຈືອງເຕິນຊາງ ສະເໜີແຂວງສຸມໃສ່ແຫຼ່ງກຳລັງໃຫ້ 3 ຈຸດໝາຍສຳຄັນແມ່ນໂຄງປະກອບພື້ນຖານໂຄງລ່າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິຮູບດ້ານບໍລິຫານຢ່າງແຮງກ່ວາອີກ. ພ້ອມກັນນັ້ນ, ໃນສະພາບເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າກັບພື້ນຖານເສດຖະກິດໂລກ ແຂວງ ຕ້ອງກວດກາ, ຄິດໄລ່ທ່າແຮງໃນການແກ່ງແຍ້ງສຳລັບຜະລິດຕະພັນແຕ່ລະຢ່າງ ແລະ ຕ້ອງໜູນໃຊ້ຄວາມກ້າວໜ້າວິທະຍາສາດເຕັກນິກເຂົ້າໃນການຜະລິດນັບທັງດ້ານກະສິກຳ, ການປະມົງ ເພື່ອສາມາດບືນຕົວຂຶ້ນອອກສູ່ພາກພື້ນ ແລະ ໂລກ. ທ່ານປະທານປະເທດ ເຈືອງເຕິນຊາງ ໃສ່ໃຈວ່າ ບັນດາກະຊວງ, ຂະແໜງການຕ້ອງຄົ້ນຄ້ວາເພື່ອມີນະໂຍບາຍເໝາະສົມ, ແກ້ໄຂຄວາມຫຍຸ້ງຍາກໃຫ້ທ້ອງຖິ່ນ, ພິເສດແມ່ນນະໂຍບາຍໜູນຊ່ວຍທຶນໃຫ້ຊາວປະມົງຕໍ່ກຳປັ່ນອອກສູ່ທະເລ, ປະກອບສ່ວນພັດທະນາເສດຖະກິດ ແລະ ຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດ.
ກ່ອນໜ້ານັ້ນ, ໃນຂອບເຂດການປະຕິບັດງານ, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຟານທ໋ຽດ ແລະ ສະເໜີບັນດາພະນັກງານ, ນັກຮົບຂອງປ້ອມສືບຕໍ່ປະຕິບັດໜ້າທີ່ກຽມພ້ອມສູ້ຮົບເປັນຢ່າງດີ, ພ້ອມກັບທ້ອງຖິ່ນເຂົ້າຮ່ວມການໜູນຊ່ວຍ, ຊ່ວຍເຫຼືອພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ພິເສດແມ່ນປ້ອງກັນ ແລະ ໜູນຊ່ວຍຊາວປະມົງເຄື່ອນໄຫວໃນເຂດທະເລ.