ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາບຟຣີກາ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາບຟຣີກາ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang/TTXVN)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊ​ີນ​ຂ​ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ອິນ​ໂດ​ເນ​ເຊຍ Joko Widodo, ວັນ​ທີ 21/4, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ ​ອອ​ກ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ເດີ​ນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາບ​ຟ​ຣີ​ກາ, ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ດຳ​ເນີນກອງ​ປະ​ຊຸ​ມ Bandung ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊີ - ອາບ​ຟ​ຣີ​ກາ” ຢູ່​ນະ​ຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ແຕ່​ວັ​ນ​ທີ 22 – 24/4.

        ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາບ​ຟ​ຣີ​ກາ ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ Bandung, ປະ​ເທດ ອີນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 18 – 24/4/1955 (ເອີ້ນ​ວ່າ: ກອງ​ປະ​ຊຸມ Bandung) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 29 ປະ​ເທດ ອາ​ຊີ - ອາບ​ຟ​ຣີ​ກາ, ເລີ່ມ​ຕົ້ນ​ໃຫ​້​ວິ​ວັດ​ທະ​ນາ​ການ​ຮ່ວມ​ມື ອາ​ຊີ - ອາບ​ຟ​ຣີ​ກາ. ກອງ​ປະ​ຊຸມ​ໄດ​້​ກາຍ​ເປັນ​ກຳ​ລັງ​ໜູນ​ພາ​ໄປ​ເຖິງ​ບັນ​ດາ​ການ​ຫັນ​ປ່ຽ​ນ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ເລື່ອງ​ບັນ​ດ​າ​ປະ​ເທດ​ຍາດ​ໄດ້​ເອ​ກະ​ລາດ​ຢ​ູ່ ອາ​ຊີ - ອາບ​ຟ​ຣີ​ກາ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ, ກຸ່ມ 77 ແລະ ຮ່ວມ​ມື ໃຕ້ - ໃຕ້. ປະ​ຈຸ​ບັນ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ອາບ​ຟ​ຣີ​ກາ ພັດ​ທະ​ນາ​ຕັ້ງ​ໜ້າ​ພໍ​ສົມ​ຄວນ.  ​ປະ​ຈຸ​ບັນ, ຫວຽດ​ນາມ ມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ທັງ 55 ປະ​ເທດ ອາບ​ຟ​ຣີ​ກາ, ຍົກ​ວົງ​ເງິນ​ການ​ຄ້າ​ປີ 2013 ບັນ​ລຸ​ປະ​ມານ 4,3 ຕື້ USD.

       


ຂ່າວ/ບົດ​ອື່ນ