ປະທານປະເທດເຈືອງເຕີ້ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຂະແໜງກົດລັບ

ປະທານປະເທດເຈືອງເຕີ້ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຂະແໜງກົດລັບ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ປ​ະ​ດັບຫຼຽນ​ໄຊ​ໂຮ່​ຈິ​ມິນ​ໃສ່​ທຸງ​ຂອງ​ຂະ​ແໜງ​ກົດ​ລັບ

(vovworld)- ວັນ​ທີ 12/9,ເມື່ອມາ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ ຂະ​ແໜງ​ກົດ​ລັບຫວຽດ​ນາມ(12/9) , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຮັບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ວິ​ລະ​ກຳ​ທີ່​ດີ​ເດັ່ນ​ຂອງ ຂະ​ແໜງ​ກົດ​ລັບ​ໃນ​ຕະຫຼອດ 70 ປີ​ທີ່​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຖື​ວ່າ ປະ​ຈຸ​ບັນ, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ຜັນ​ໄປ​ຢ່າງ​ສັບ​ສົນ, ພ້ອມ​ກັບ​ເລື່ອງບັນ​ດາ​ອິດ​ທິ​ກຳ​ລັງເປັນ​ປໍ​ລະ​ປັກ​ເພີ່ມ​ທະ​ວີ​ເລ່​ລຽມ​ກົນ​ອຸ​ບາຍ ຫວັງ​ມ້າງ​ເພ​ທຳ​ລາຍ​ລັດ​ຫວຽດ​ນາມ. ສະ​ພາບ​ການນີ້ ໄດ້​​ເຮັດໃຫ້ ຂະ​ແໜງ​ກົດ​ລັບຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ  :

    “ ໂດຍ​ແມ່ນ​ຂະ​ແໜງວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ເຄື່ອນ​ໄຫວ​ລັບ, ພິ​ເສດ​ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ໃນ​ໄລ​ຍະ​ປະ​ຈຸ​ບັນ, ຂະ​ແໜງ​ກົດ​ລັບ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ແລະ ໃຫ້​ບຸ​ລ​ິມະ​ສິດ​ລົງ​ທຶນ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ນຳ​ຂະ​ແໜງກ້າວ​ຂຶ້ນ​ເປັນ​ກຳ​ລັງຫຼວງ, ທັນ​ສະ​ໄໝ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ກົດ​ລັບ​ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ກຳ​ລັງ​ສະ​ເພາະ​ກິດ​ປົກ​ປັກ​ຮັກ​ສາ​ຂໍ້​ມູນ​ລັບ​ຂອງ​ລັດ, ເປັນ​ເຈົ້າ​ການ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ກຳ​ນົດ​ທິດ, ຍຸດ​ທະ​ສາດ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ຮັກ​ສາ​ຄວາມ​ລັບ, ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ແຫ່ງ​ຊາດ. ”

 

ຂ່າວ/ບົດ​ອື່ນ