ປະທານປະເທດເຈືອງເຕິນຊາງເຣັດວຽກຢູ່ແຂວງຊອກຈັງ

ປະທານປະເທດເຈືອງເຕິນຊາງເຣັດວຽກຢູ່ແຂວງຊອກຈັງ - ảnh 1

(ພາບ: VTV)

(vovworld)- ​ໃນ​ວັນ​ທີ 1-2/06, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຣັດວຽກ​ກັບ​ແຂວງ​ຊອກ​ຈັງ ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ, ການ​ປະຕິບັດ​ນະ​ໂຍບາຍ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ສາສະໜາ ​ແລະ ສະພາບ​ຮັບ​ມື​ກັບ​ການ​ປ່ຽນ​ແປງ ຂອງ​ດິນ​ຟ້າ​ອາກາດ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ສຳຫຼວດຢູ່​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ແລ່ນດ້ວຍ​ພະລັງ​ຄວາມ​ຮ້ອນ​ລອງ​ຟູ 1. ທ່ານ​ສະ​ເໜີ​ໃຫ້​ແຂວງ​ຊອກ​ຈັງ ຈົ່ງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ ​ແລະ ບັນດາ​ກະຊວງ ຂະ​ແໜງ​ການ​ສູນ​ກາງ ​ແກ້​ໄຂ​ບັນດາ​ຂໍ້​ຕັດ​ຂັດ ​ເພື່ອ​ສາມາດ​ເລີ່​ມລົງມື​ກໍ່ສ້າງ, ນຳ​ໂຄງການ​ເຂົ້າ​ເຄື​ອ່ນ​ໄຫວ​ໂດຍ​ໄວ​ໃນ​ປີ 2016. ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳຫຼກ​ແຫຼ່ງ​ແຂວງ​ຊອກ​ຈັງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ການ​ນຳ​ແຂວງ​ຕ້ອງ​ເປັນ​ເຈົ້າການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສະ​ເໜີ​ໃນ​ບັນດາ​ຂັ້ນ, ຂະ​ແໜງ​ການ​ຂອງ​ແຂວງ ຕ້ອງ​ເດັດດ່ຽວ​ບັນດາ​ມາດ​ຕະການ​ເພ​ມື່ອຫລຸດຜ່ອນ​ອັດຕາ​ສ່ວນຄອບ​ຄົວທຸກ​ຍາກ, ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ກ່ຽວ​ກັບ​ສະພາບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເນັ້ນຫນັກ​ເຖິງ​ໄພ​ອັນຕະລາຍ​ຍ້ອນ​ນຳທະ​ເລ​ຂຶ້ນ​ສູງ, ສະນັ້ນຕ້ອງ​ມີ​ມາດ​ຕະການ​ຢ່າງ​ທັນ​ການ​ເພື່ອ​ສາມາດ​ເປັນ​ເຈົ້າການຮັບ​ມືກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ