ປະທານປະເທດ ເຂົ້າຮ່ວມກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງນະຄອນ ໂຮ່ຈີມິນ ທີ່ໄດ້ສ້າງແຜນການກະທຳ, ສົມທົບໜ້າທີ່ປົກປັກຮັກສາປະເທດຊາດເຂົ້າໃນການສ້າງແຜນການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ
ປະທານປະເທດ ເຂົ້າຮ່ວມກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:baochinhphu.vn)

ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດມະຕິສູນກາງຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງນະຄອນ ໂຮ່ຈີມິນ ທີ່ໄດ້ສ້າງແຜນການກະທຳ, ສົມທົບໜ້າທີ່ປົກປັກຮັກສາປະເທດຊາດເຂົ້າໃນການສ້າງແຜນການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ. ນະຄອນ ກໍ່ໄດ້ປະຕິບັດໜ້າທີ່ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ແກ້ໄຂວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມໄດ້ເປັນຢ່າງດີ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ນະຄອນ ໂຮ່ຈີມິນ ສືບຕໍ່ຊາບຊຶມ, ປະຕິບັດມະຕິສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບການປົກປັກຮັກສາປະເທດໃນສະພາບການໃຫມ່ຢ່າງມີປະສິດທິຜົນ, ສົມທົບກັບການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບທິດທາງການກໍ່ສ້າງ ແລະ ພັດທະນານະຄອນ ແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045 ຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ