ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທີ່ປຶກສາພິເສດກຸ່ມບໍລິສັດ Mainichi – ຍີ່ປຸ່ນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ
ປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທີ່ປຶກສາພິເສດກຸ່ມບໍລິສັດ Mainichi – ຍີ່ປຸ່ນ - ảnh 1 ທ່ານປະເທດປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Tsuneda Teruo, ທີ່ປຶກສາພິເສດຂອງກຸ່ມບໍລິສັດ Mainichi

ຕອນເຊົ້າວັນທີ 7 ກັນຍາ, ທີ່ສຳນັກງານປະທານປະເທດ, ທ່ານປະເທດປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Tsuneda Teruo, ທີ່ປຶກສາພິເສດຂອງກຸ່ມບໍລິສັດ Mainichi ແລະ ຄະນະວິສາຫະກິດ ຍີ່ປຸ່ນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາອັນດີງາມ, ເຂັ້ມແຂງ ແລະ ແທດຈິງໃນທຸກຂົງເຂດ, ໃນນັ້ນມີການພົວພັນແລກປ່ຽນ ແລະ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງນັບມື້ນັບໄດ້ຮັບການເພີ່ມທະວີ. ທ່ານປະທານປະເທດ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Tsuneda Teruo ໃນເລື່ອງຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນເວົ້າລວມ ແລະ ການຮ່ວມມືກັບກະຊວງຕຳຫຼວດຜ່ານການຈັດຕັ້ງງານມະຫາກຳດົນຕີຕຳຫຼວດໂລກ; ສະໜັບສະໜູນບັນດາກອງທຶນສາຍຈິດມິດໃຈທະຫານເວົ້າສະເພາະ…

        ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນຍ້ອນນັບມື້ນັບມີວິສາຫະກິດຍີ່ປຸ່ນຫຼາຍແຫ່ງມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຂອງ ຍີ່ປຸ່ນ ມາຮູ້ກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

        ສ່ວນທ່ານ Tsuneda Teruo ປາດຖະໜາວ່າ ບັນດາການເຄື່ອນໄຫວຂອງກຸ່ມບໍລິສັດທີ່ຈັດຕັ້ງຢູ່ ຫວຽດນາມ ນັ້ນຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ອາລົມຈິດລະຫວ່າງປະຊາຊົນ 2 ປະເທດ- ເຊິ່ງເປັນພື້ນຖານໃຫ້ແກ່ຜົນສຳເລັດຂອງການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ