ປະທານປະເທດ Truong Tan Sang ຕ້ອນຮັບ ເອກອັກຄະລັດຖະທູດ ມົງໂກນ ເຂົ້າຢ້ຽມອຳລາ

ປະທານປະເທດ Truong Tan Sang ຕ້ອນຮັບ ເອກອັກຄະລັດຖະທູດ ມົງໂກນ ເຂົ້າຢ້ຽມອຳລາ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 24/4, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ກົງ​ໂກນ Palam Sundev ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​Truong Tan Sang ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນກັບ​ມົງ​ໂກນ ​ເປັນ​ສຳຄັນ, ຍາມ​ໃດ​ກໍ​​ແມ່ນ​ເພື່ອ​ນມິດ, ​ແມ່ນ​ຄູ່​ຮ່ວມ​ມືທີ່​ຈິງ​ໃຈ​ຂອງມົງ​ໂກນ. ທ່ານ​ປະທານ​ປະ​ເທດສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ, ການ​ຄ້າ, ການ​ສຶກສາ​ບຳລຸງ​ສ້າງ ​ແລະ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ ​ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ກວດກາ​ວິວັດ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ຊອກ​ຫາ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ, ພິ​ເສດ​ແມ່ນ​ເສດຖະກິດ​ການ​ຄ້າ ​ແລະ ການ​ລົງທຶນ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ​ ມົງ​ໂກນ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ​: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ມົງ​ໂກນ ຈະ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຂງ​ແຮງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ